ນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນກອງປະຊຸມໂຕະມົນ

ໃນວັນທີ 19 ພະຈິກ 2026 ນີ້, ທ່ານ ສະເຫລີມໄຊ ກົມມະສິດ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຄະນະຜູ້ແທນກອງປະຊຸມໂຕມົນ ປະຈໍາປີ 2026, ນໍາພາໂດຍ ທ່ານ ສຸລິວັດ ສຸວັນນະຈູມຄໍາ ຮອງລັດຖະມົນຕີກະຊວງການເງິນ, ພ້ອມດ້ວຍ ທ່ານ ບັກໂຮເດຍ ເບີຄະນ໋ອຟ ຜູ້ປະສານງານອົງການສະຫະປະຊາຊາດ ປະຈໍາລາວ, ບັນດາເອກອັກຄະລັດຖະທູດ ແລະ ຜູ້ຕາງໜ້າອົງການຈັດຕັ້ງສາກົນ ປະຈໍາລາວ.
 
ໂອກາດນີ້, ທ່ານ ນາຍົກລັດຖະມົນຕີ ໄດ້ສະແດງຄວາມຍິນດີຕ້ອນຮັບ, ຊົມເຊີຍ ແລະ ຂອບໃຈ ຕໍ່ຄະນະຜູ້ແທນ ທີ່ໄດ້ພ້ອມກັນເອົາໃຈໃນການຄົ້ນຄວ້າ ແລະ ເຮັດວຽກຮ່ວມກັນ ໃນຂະບວນການໂຕະມົນປະຈໍາປີ 2026 ສາມາດຍາດໄດ້ຜົນສຳເລັດຕາມແຜນທີ່ກຳນົດໄວ້, ລວມທັງການສະໜັບສະໜູນຊ່ວຍເຫລືອການພັດທະນາເສດຖະ ກິດ-ສັງຄົມ ຂອງ ສປປ ລາວ ຕະຫລອດໄລຍະຜ່ານມາ. ພ້ອມທັງຊີ້ນໍາ ໃຫ້ພ້ອມກັນສືບຕໍ່ເຮັດວຽກຮ່ວມກັນ ເພື່ອຈັດຕັ້ງປະຕິບັດວຽກງານຂອງຕົນໃນປີ 2027 ໂດຍສະເພາະ ໃນ 4 ຂົງເຂດວຽກງານ ທີ່ກອງປະຊຸມໄດ້ເປັນເອກະພາບວາງອອກ ໂດຍໃຫ້ບັນດາກະຊວງ-ອົງການ ແລະ ທ້ອງຖິ່ນ ນຳເອົາຜົນກອງປະຊຸມ ໄປຈັດຕັ້ງຜັນຂະຫຍາຍເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດ ປີ 2027 ຢ່າງມີຈຸດສຸມ ແລະ ກົມກຽວກັບມະຕິວ່າດ້ວຍການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ແລະ ວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ຕິດພັນກັບການປະສານສົມທົບກັບພາກສ່ວນກ່ຽວຂ້ອງ ສືບຕໍ່ຮັກສາສະຖຽນລະພາບເສດຖະກິດມະຫາພາກ, ຄຸ້ມຄອງໜີ້ສິນສາທາລະນະ, ຂະຫຍາຍ ແລະ ຄຸ້ມຄອງຖານລາຍຮັບ ດ້ວຍລະບົບທີ່ທັນສະໄໝ; ນຳໃຊ້ຜົນການສຳຫລວດພົນລະເມືອງ ຄັ້ງທີ V ເປັນພື້ນຖານໃນການຈັດສັນງົບປະມານ ເພື່ອລົງທຶນໃສ່ຂະແໜງສຶກສາ, ສາທາລະນະສຸກ, ແຮງງານ, ລວມທັງ ພື້ນຖານໂຄງລ່າງໃນເຂດຫ່າງໄກສອກຫລີກ ເພື່ອຫລຸດຜ່ອນລະດັບຄວາມແຕກໂຕນການພັດທະນາ; ສືບຕໍ່ຮ່ວມມື ແລະ ສະໜັບສະໜູນດ້ານເຕັກນິກວິຊາການ ສ້າງຄວາມເຂັ້ມແຂງດ້ານການຄຸ້ມຄອງການເງິນພາກລັດ ແລະ ການວາງແຜນພັດທະນາ; ສືບຕໍ່ຊຸກຍູ້ການເລັ່ງລັດສູ່ປະເທດລາຍຮັບປານກາງ-ສູງ ຜ່ານການພັດທະນາຊັບພະຍາກອນມະນຸດ, ການນຳໃຊ້ນະວັດຕະກຳຕາມທິດການເຕີບໂຕສີຂຽວ, ການອອກຈາກສະຖານະພາບດ້ອຍພັດທະນາ, ການກະກຽມຄວາມພ້ອມໃນໄລຍະຂ້າມຜ່ານ, ການຍົກສູງປະສິດທິຜົນຂອງການຮ່ວມມື ເພື່ອການພັດທະນາ ແລະ ທິດທາງການລະດົມຂົນຂວາຍແຫລ່ງທຶນ, ສ້າງເງື່ອນໄຂໃຫ້ ສປປ ລາວ ຫລຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ໃນໄວໄວນີ້; ພ້ອມທັງ ຮຽກຮ້ອງບັນດາຄູ່ຮ່ວມພັດທະນາ ສືບຕໍ່ໃຫ້ການສະໜັບສະໜູນຊ່ວຍເຫລືອ ໄລຍະຂ້າມຜ່ານ 2027-2029 ຕື່ມອີກ.
 
ໂອກາດນີ້, ຄະນະຜູ້ແທນ ໄດ້ລາຍງານຜົນສຳເລັດກອງປະຊຸມໂຕະມົນ ປະຈໍາປີ 2026 ໂດຍສະເພະ ບັນດາເນື້ອໃນການແລກປ່ຽນ, ປຶກສາຫາລື, ບັນດາຂໍ້ສະເໜີ-ແນະນຳທີ່ສໍາຄັນຊຶ່ງກອງປະຊຸມ ໄດ້ດຳເນີນພາຍໃຕ້ຫົວຂໍ້ “ໃຫ້ບູລິມະສິດການຈັດສັນງົບປະມານທີ່ມີຍຸດທະສາດໃສ່ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດສົກປີ 2027 ເພື່ອຮັບປະກັນການອອກຈາກສະຖານະພາບດ້ອຍພັດທະນາ ຢ່າງໂລ່ງລ່ຽນ, ມີຄຸນນະພາບ ແລະ ຍືນຍົງ”