.

ຍອດຂາຍ 84 ຕື້ກີບ ໃນ 10 ເດືອນ! ເສັ້ນເຝີດອນຂະເໝົາ ປັບປຸງການຫຸ້ມຫໍ່ ໃຊ້ AI ອອກແບບສະຫຼາກ ຫວັງເຈາະຕະຫຼາດກວ້າງ
.
ໃນວັນທີ 23 ພະຈິກ 2026 ນີ້, ທີ່ເມືອງໂຂງ ແຂວງຈຳປາສັກ ໄດ້ຈັດພິທີເປີດຝຶກອົບຮົມການປັບປຸງການຫຸ້ມຫໍ່ຜະລິດຕະພັນສິນຄ້າໂອດອບ “ໜຶ່ງເມືອງ ໜຶ່ງຜະລິດຕະພັນ” ໃຫ້ແກ່ສະຫະກອນຜະລິດເສັ້ນເຝີພັດທະນາຊຸມຊົນດອນຂະເໝົາ ເມືອງໂຂງ ແລະ ກຸ່ມຜະລິດເຫຼົ້າ ແລະ ແປ້ງເຫຼົ້າຂາວ ເມືອງສຸຂຸມາ. ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ອິນທະນົງສັກ ຈັນທະພິມ ກຳມະການພັກເມືອງ, ຫົວໜ້າຫ້ອງການອຸດສາຫະກຳ ແລະ ການຄ້າເມືອງໂຂງ ແລະ ທ່ານ ອະພິວັດ ສົມບູນຂັນ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ແລະ ສຳມະນາກອນເຂົ້າຮ່ວມ.
ທ່ານ ອິນທະນົງສັກ ຈັນທະພິມ ກ່າວວ່າ: ທົ່ວເມືອງໂຂງ ມີ 2 ກຸ່ມ ແລະ 3 ສະຫະກອນການຜະລິດ (ເພີ່ມຂຶ້ນ 1 ກຸ່ມ ແລະ 1 ສະຫະກອນ ທຽບໃສ່ 5 ປີຜ່ານມາ). ໃນນັ້ນ ມີ 1 ກຸ່ມ ແລະ 3 ສະຫະກອນ ໄດ້ຮັບເຄື່ອງໝາຍການຄ້າໂອດອບ, ມີແຮງງານທັງໝົດ 624 ຄົນ (ຍິງ 454 ຄົນ). ໃນໄລຍະ 10 ເດືອນຜ່ານມາ ສາມາດຊຸກຍູ້ການຜະລິດ-ຈຳໜ່າຍໄດ້ມູນຄ່າທັງໝົດ 84 ຕື້ກີບ. ສະເພາະສະຫະກອນຜະລິດເສັ້ນເຝີພັດທະນາຊຸມຊົນດອນຂະເໝົາ ມີສະມາຊິກ 28 ຄອບຄົວ, ແຮງງານ 109 ຄົນ (ຍິງ 83 ຄົນ) ແລະ ສາມາດຜະລິດ-ຈຳໜ່າຍໄດ້ສະເລ່ຍເດືອນລະ 3,22 ຕື້ກີບ.
ທ່ານ ອະພິວັດ ສົມບູນຂັນ ໃຫ້ຮູ້ວ່າ: ຜະລິດຕະພັນທ້ອງຖິ່ນ ແລະ ສິນຄ້າໂອດອບຂອງແຂວງຈຳປາສັກ ມີຄຸນນະພາບດີ ແລະ ມີເອກະລັກ, ແຕ່ສິ່ງທ້າທາຍທີ່ຍັງຕ້ອງປັບປຸງແມ່ນການຫຸ້ມຫໍ່ ຫຼື ບັນຈຸພັນ ທີ່ສ່ວນໃຫຍ່ຍັງຂາດຄວາມຄົງທົນ, ບໍ່ທັນໄດ້ມາດຕະຖານ ແລະ ບໍ່ທັນສາມາດຍືດອາຍຸການເກັບຮັກສາໄດ້ດີເທົ່າທີ່ຄວນ. ການຈັດຝຶກອົບຮົມຄັ້ງນີ້ ໄດ້ຮັບການສະໜັບສະໜູນທຶນຈາກກອງທຶນສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ໂດຍມີ 3 ເປົ້າໝາຍຫຼັກຄື:
- ສ້າງມູນຄ່າເພີ່ມໃຫ້ຜະລິດຕະພັນ;
- ຮັກສາຄຸນນະພາບ ແລະ ຄວາມປອດໄພຕາມຫຼັກອະນາໄມ ພ້ອມທັງຍືດອາຍຸສິນຄ້າ;
- ສື່ສານດ້ານການຕະຫຼາດຜ່ານຂໍ້ມູນທີ່ຊັດເຈນ, ເຄື່ອງໝາຍການຄ້າໂອດອບ ແລະ ແຫຼ່ງຜະລິດ.
ການຝຶກອົບຮົມດຳເນີນແຕ່ວັນທີ 23–27 ພະຈິກ 2026 ໂດຍໃຫ້ນັກສຳມະນາກອນຮຽນຮູ້ທັງທິດສະດີ ແລະ ລົງມືປະຕິບັດຕົວຈິງ ໃນຫົວຂໍ້ເຕັກໂນໂລຊີການຫຸ້ມຫໍ່, ຄວາມປອດໄພຜະລິດຕະພັນ, ວັດຖຸເຈືອປົນ, ການໃຊ້ AI ອອກແບບສະຫຼາກ ແລະ ໂລໂກ້ (Canva / Packdora ຫຼື ແພັກໂດຣາ), ວຽກງານປົກປ້ອງເຄື່ອງໝາຍການຄ້າ ແລະ ການພັດທະນາສີມືແຮງງານ ພ້ອມທັງຈະມີການຮັບຮອງເອົາໂລໂກ້ເສັ້ນເຝີຂອງກຸ່ມສະຫະກອນຜະລິດເສັ້ນເຝີພັດທະນາຊຸມຊົນບ້ານດອນຂະເໝົາອີກດ້ວຍ.
ຂ່າວ-ພາບ: ເມືອງໂຂງ