ກອງປະຊຸມສະໄໝສາມັນເທື່ອທີ 2 ສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ V ໄດ້ຈັດຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 24 ພະຈິກ 2026, ທີ່ຫໍວັດທະນະທຳໄກສອນພົມວິຫານ, ພາຍໃຕ້ການເປັນປະທານນຳພາກອງປະຊຸມຂອງທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງສະຫວັນນະເຂດ, ໃຫ້ກຽດເຂົ້າຮ່ວມມີທ່ານ ປອ ນາງ ສູນທອນ ໄຊຍະຈັກ ຄະນະເລຂາທິການສູນກາງພັກ ຮອງປະທານສະພາແຫ່ງຊາດ ສະມາຊິກສະພາແຫ່ງຊາດ(ສສຊ) ປະຈຳເຂດເລືອກຕັ້ງທີ 13, ມີທ່ານ ໂພໄຊ ໄຂຄຳພິທູນ ກຳມະການສູນກາງພັກ ສສຊ ປະຈຳເຂດເລືອກຕັ້ງທີ 13, ທ່ານ ນາງ ດາວວອນ ໄຊສຸລຽນ ຮອງເລຂາພັກແຂວງ ປະທານຄະນະກຳມະການປົກຄອງແຂວງ ພ້ອມດ້ວຍບັນດາທ່ານ ສສຊ ເຂດທີ 13, ສະມາຊິກສະພາປະຊາຊົນແຂວງ(ສສຂ) ແລະບັນດາທ່ານແຂກທີ່ຖືກເຊີນເຂົ້າຮ່ວມຢ່າງພ້ອມພຽງ.
ໂອກາດນີ້, ທ່ານ ບຸນໂຈມ ອຸບົນປະເສີດ ໄດ້ກ່າວເປີດກອງປະຊຸມຢ່າງເປັນທາງການ ເຊິ່ງມີບາງຕອນສຳຄັນວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາປະຊາຊົນແຂວງ ຊຸດທີ V ໃນຄັ້ງນີ້, ຈະໄດ້ສຸມໃສ່ພິຈາລະນາແລະຕົກລົງບັນຫາສໍາຄັນພື້ນຖານຂອງແຂວງ ດັ່ງນີ້: 1. ພິຈາລະນາບົດລາຍງານຂອງປະທານຄະນະກຳມະການປົກຄອງແຂວງ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດຂອງແຂວງ ໄລຍະ10 ເດືອນຜ່ານມາ ແລະຄາດຄະເນໝົດປີ 2026; 2. ພິຈາະລະນາ-ຮັບຮອງເອົາບົດລາຍງານ ຂອງຮອງປະທານຄະນະກໍາມະການປົກຄອງແຂວງ ກ່ຽວກັບການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການພັດທະ ນາຊົນນະບົດ ແລະແກ້ໄຂຄວາມທຸກຍາກພາຍໃນແຂວງ; 3. ພິຈາລະນາ-ຮັບຮອງເອົາການໂຮມກົງຈັກຫ້ອງການຄະນະກຳມະການສົ່ງເສີມ ແລະຄຸ້ມຄອງການລົງທຶນແຂວງ ເຂົ້າກັບຄະນະຄຸ້ມຄອງເຂດເສດຖະກິດແຂວງສະຫວັນນະເຂດ; 4. ພິຈາລະນາ-ຮັບຮອງການສະເໜີແຕ່ງຕັ້ງບຸກຄະລາກອນຂອງສະພາປະຊາຊົນແຂວງ; 5. ພິຈາລະນາ-ຮັບຮອງເອົາບົດລາຍງານຂອງອົງການກວດສອບປະຈຳພາກກາງ 2 ກ່ຽວກັບການເຄື່ອນໄຫວວຽກວຽກງານ ປະຈຳປີ 2026 ແລະທິດທາງແຜນການປະຈໍາປີ 2027, ບົດລາຍງານຜົນການກວດສອບບົດສະຫຼຸບຂາດຕົວ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດຂອງແຂວງ ປະຈຳປີ 2025; 6. ພິຈາລະນາ-ຮັບຮອງເອົາບົດລາຍງານຂອງອົງການກວດກາລັດແຂວງ ກ່ຽວກັບການເຄື່ອນໄຫວວຽກວຽກງານ ປະຈຳປີ 2026 ແລະທິດທາງແຜນການປະຈໍາປີ 2027; 7. ພິຈາລະນາ-ຮັບຮອງເອົາບົດລາຍງານຂອງອົງການໄອຍະການປະຊາຊົນແຂວງ ກ່ຽວກັບການເຄື່ອນໄຫວວຽກວຽກງານ ປະຈຳປີ 2026 ແລະທິດທາງແຜນການປະຈໍາປີ 2027; 8. ພິຈາລະນາ-ຮັບຮອງເອົາບົດລາຍງານຂອງສານປະຊາຊົນແຂວງ ກ່ຽວກັບການເຄື່ອນໄຫວວຽກວຽກງານ ປະຈຳປີ 2026 ແລະທິດທາງແຜນການປະຈໍາປີ 2027; 9. ພິຈາລະນາ-ຮັບຮອງເອົາມະຕິກອງປະຊຸມສະພາປະຊາຊົນແຂວງວ່າດ້ວຍການຮັບຮອງການສ້າງ ແລະປັບປຸງນິຕິກຳໃຕ້ກົດໝາຍ ຈຳນວນ 3 ສະບັບຄື: ຂໍ້ຕົກລົງຂອງຄະນະກຳມະການປົກຄອງແຂວງ ວ່າດ້ວຍກອງທຶນພັດທະນາກິລາ-ກາຍະກຳຂອງແຂວງສະຫວັນນະເຂດ(ສ້າງໃໝ່), ຂໍ້ຕົກລົງຂອງຄະນະກໍາມະການປົກຄອງແຂວງ ວ່າດ້ວຍການກໍານົດເຂດປະເມີນລາຄາທີ່ດິນ-ສິ່ງປຸກສ້າງພາຍໃນແຂວງ(ປັບປຸງ), ຂໍ້ຕົກລົງຂອງຄະນະກໍາມະການປົກຄອງແຂວງ ວ່າດ້ວຍການຄຸ້ມຄອງຂີ້ເຫຍື້ອ(ປັບປຸງ); 10. ພິຈາ ລະນາ-ຮັບຮອງເອົາບົດລາຍງານຂອງສະພາປະຊາຊົນແຂວງ ກ່ຽວກັບການເຄື່ອນໄຫວວຽກວຽກງານປະຈຳປີ 2026 ແລະທິດທາງແຜນການປະຈໍາປີ 2027.
ພ້ອມນີ້, ທ່ານປະທານກອງປະຊຸມ ຍັງໄດ້ຮຽກຮ້ອງມາຍັງທຸກພາກສ່ວນທີ່ກ່ຽວຂ້ອງ ຈົ່ງສືບຕໍ່ໃຫ້ການຮ່ວມມື, ສະໜັບສະໜູນ ແລະສະໜອງຂໍ້ມູນຕໍ່ບັນດາເນື້ອໃນທີ່ຈະນໍາເຂົ້າພິຈາລະນາ ແລະຮັບຮອງໃນກອງປະຊຸມຄັ້ງນີ້ ແລະຂໍຮຽກຮ້ອງມາຍັງບັນດາທ່ານ ສສຊ ແລະສສຂ ຈົ່ງໄດ້ນໍາໃຊ້ສິດ ປະຊາທິປະໄຕ, ເສີມຂະຫຍາຍຫົວຄິດປະດິດສ້າງ ແລະເຊີດຊູຄວາມຮັບຜິດຊອບການເມືອງຂອງຕົນ ໃນການສຸມສະຕິປັນຍາເຂົ້າໃນການຄົ້ນຄວ້າເນື້ອໃນຢ່າງເລິກເຊິ່ງ, ປະກອບຄຳເຫັນຕໍ່ທຸກບັນຫາຕ່າງໆຢ່າງຖີ່ຖ້ວນ, ສ້າງສັນ, ຮັດກຸມພາວະວິໄສ, ມີເຫດມີຜົນ, ແທດເໝາະກັບຕົວຈິງ ບົນພື້ນຖານແນວທາງປ່ຽນແປງໃໝ່ຂອງພັກ, ລັດຖະທຳມະນູນ, ກົດໝາຍຂອງລັດ ແລະສະພາບຄວາມເປັນຈິງທາງດ້ານເສດຖະກິດ-ສັງຄົມ ຕາມເງື່ອນໄຂຕົວຈິງຂອງແຂວງເຮົາໃນປະຈຸບັນ, ພ້ອມທັງຊອກຫາວິທີການ, ມາດຕະການແກ້ໄຂທີ່ສອດຄ່ອງຕໍ່ບັນດາບັນຫາຮີບດ່ວນ ແລະເຄັ່ງຮ້ອນຂອງສັງຄົມພວກເຮົາໃນປະຈຸບັນ ເຊິ່ງປະຊາຊົນຍັງມີຄວາມເປັນຫ່ວງ; ພ້ອມກັນນັ້ນ ສ້າງຄວາມເປັນເອກະພາບສູງຕໍ່ ເນື້ອໃນທີ່ນໍາມາພິຈາລະນາໃນກອງປະຊຸມຄັ້ງນີ້ ໃຫ້ມີປະສິດທິພາບ, ປະສິດທິຜົນ ສາມາດຮັບຮອງອອກເປັນມະຕິ ແລະນໍາໄປຈັດຕັ້ງປະຕິບັດຢ່າງເປັນຮູບປະທຳຢ່າງແທ້ຈິງ.
ກອງປະຊຸມສຳຄັນດັ່ງກ່າວ, ຈະໄດ້ດຳເນີນໄປເປັນເວລາ 5 ວັນ ນັບແຕ່ວັນທີ 24-28 ພະຈິກ 2026 ຈິ່ງສຳເລັດຕາມແຜນການທີ່ວາງໄວ້.
ທີ່ມາ: ສະຫວັນພັດທະນາ ຂ່າວ