ຄຶກຄື້ນ! ຝ່າຍປະຊາຊົນ ຊະນະຝ່າຍພະນັກງານ 9-8 ໃນການແຂ່ງຂັນຕີຄີບຸນທາດຫຼວງ ສ່ຽງທວາຍບ້ານເມືອງຮົ່ມເຢັນ ອຸດົມສົມບູນ

ງານບຸນນະມັດສະການພະທາດຫຼວງ ໃນທຸກໆປີ ກໍຄືມື້ສຸດທ້າຍ ຄືມື້ຂຶ້ນ 15 ຄໍ່າ ເດືອນ 12 ລາວ ຕອນເຊົ້າມີພິທີໃສ່ບາດແລ້ວ ໃນຕອນບ່າຍເພິ່ນຈະຈັດການເສັງຕີຄີ (ແຂ່ງຂັນກີລາຕີຄີ) ຂຶ້ນໃນເວລາ 12:30 ໂມງ ຂອງວັນທີ 24 ພະຈິກ 2026 ຢູ່ບໍລິເວນເດີ່ນພະທາດຫຼວງ ນະຄອນຫຼວງວຽງຈັນ (ນວ) ລະຫວ່າງ ຝ່າຍປະຊາຊົນ ແລະ ຝ່າຍພະນັກງານ-ລັດຖະກອນ ໂດຍມີ ທ່ານ ໂພຄໍາ ໄຊຍະສອນ ຮອງປະທານຄະນະກໍາມະການປົກຄອງ ນວ ທ່ານນາງ ວິໄລວອນ ຈັນທະລາຕີ ຮອງປະທານຄະນະກໍາມະການປົກຄອງ ນວ ພ້ອມດ້ວຍການນໍາພັກ-ລັດ ພະນັກງານ-ລັດຖະ ກອນ ພໍ່ແມ່ປະຊາຊົນ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ.

ກ່ອນການແຂ່ງຂັນ ຈະມີພິທີນຳເອົາລູກຄີ ແຫ່ອ້ອມລານພະ ທາດຫຼວງ 3 ຮອບ ກວານຈ້ຳປະຈຳບ້ານທາດຫຼວງ ໄດ້ພາຄະນະຝ່າຍພະນັກງານ ແລະ ຝ່າຍປະຊາຊົນ ຂຶ້ນໄປຄາຣະວະ ຂາບໄຫວ້ ບອກກ່າວ ຈາກນັ້ນແຫ່ຂະບວນເພື່ອນຳໄປທີ່ລານເດີ່ນພະທາດຫຼວງ ເຊິ່ງແບ່ງອອກເປັນ 2 ຝ່າຍຄື: ຝ່າຍຂອງປະຊາຊົນ ແລະ ຝ່າຍຂອງພະນັກງານ-ລັດຖະກອນ ໂດຍໃຊ້ເວລາການແຂ່ງຂັນອອກເປັນ 2 ເວລາຄື: ເວລາທຳອິດ 25 ນາທີ ແລະ ເວລາຫຼັງ 25 ນາທີ ສ່ວນຈຳນວນຂອງແຕ່ລະຝ່າຍປະມານ 20-25 ຄົນ.

    ຜ່ານການແຂ່ງຂັນຜົນປາກົດວ່າ: ຝ່າຍຂອງປະຊາຊົນ ສາ ມາດເອົາຊະນະ ຝ່າຍຂອງເຈົ້າໜ້າທີທາງການ ໄປດ້ວຍປະຕູ 9- 8 ເຊິ່ງໄດ້ບົ່ງບອກເຖິງຄວາມສັກສິດ ຕາມການເຊື່ອຖືກັນມາຕັ້ງ ແຕ່ບູຮານນະການ ເຊິ່ງຜູ້ຊົງຄຸນນະວຸດບູຮານລາວເພິ່ນກ່າວວ່າ: ຖ້າປີໃດ ການແຂ່ງຂັນຕີຄີ ຝ່າຍປະຊາຊົນເອົາ ຊະນະ ຝ່າຍພະ ນັກ-ງານລັດຖະກອນໄດ້ ບ້ານເມືອງ ຈະຢູ່ເຢັນເປັນສຸກ ເຊິ່ງໝາຍເຖິງການແຂ່ງຂັນຕີຄີ ຝ່າຍປະຊາຊົນຍັງເຂັ້ມແຂງ ສາມາດເອົາຊະນະ ຝ່າຍພະນັກງານ ເປັນການບົ່ງບອກເຖິງການສ່ຽງທວາຍຂອງຄົນບູຮານ ບ້ານເມືອງຈະບໍ່ອຶດເຂົ້າ ບໍ່ອຶດປາ ມີເຂົ້າເຕັມນາ ປາເຕັມໜອງ ບ້ານເມືອງມີຄວາມສະຫງົບປອດໄພ ການທຳມາຫາກິນມີແຕ່ທ່ວງທ່າທີ່ດີຂຶ້ນ ບ້ານເມືອງຈະສະຫງົບ ສຸກ ຮົ່ມເຢັນ ເຂົ້າປາອາຫານອຸດົມ ສົມບູນພູນສຸກ ຜົນຜະລິດຈຶ່ງອຸດົມດັ່ງນີ້ແລ.

ເມື່ອການແຂ່ງຂັນຕີຄີສຳເລັດແລ້ວ ກໍໄດ້ແຫ່ລູກຄີກັບຄືນ ແລະ ອັນເຊີນລູກຄີໄວ້ບ່ອນເກົ່າ ເຊິ່ງເມື່ອກ່ອນຕອນທີ່ປະເທດລາວເຮົາຍັງເປັນພຣະຣາຊອານາຈັກລາວນັ້ນ ບຸນນະມັດສະການ ພະ ທາດຫຼວງແຫ່ງນີ້ ເພິ່ນຍັງຈັດໃຫ້ມີການແຂ່ງມ້າ ແຂ່ງຊ້າງ ຍັງມີກີລາຕີໝໍ້ ຫຼິ້ນໝາກເດິ ຫຼິ້ນໝາກຜີຕາແຕກ ເຊືອກດຶງແອວ ເສັງກອງ ລຳເລື່ອງ ຂັບລຳ ແລະ ອື່ນໆ ເພື່ອຄົບງັນ ສ່ວນອາ ຫານການກິນ ກໍຈະມີເຂົ້າຫຼາມ ປິ້ງໄກ່ ເຂົ້າປຸ້ນ ເຂົ້າປານ ເຂົ້າຕົ້ມ ເຂົ້າໃໝ່ ບັນດາປະເພນີທີ່ມີການເສັງ (ແຂ່ງຂັນ) ດັ່ງກ່າວທີ່ເວົ້າມານີ້ ມາຮອດປັດຈຸບັນ ຍັງເຫຼືອແຕ່ເສັງຕີຄີ (ປັດຈຸບັນເອີ້ນວ່າການແຂ່ງຂັນກີລາຕີຄີ) ເຊິ່ງລູກຄີ ແມ່ນເຮັດດ້ວຍເຫງົ້າໄມ້ໄຜ່ຕັນ ທາ ສີຄຳ ແລະ ໄມ້ຄີນັ້ນ ແມ່ນເຮັດດ້ວຍໄມ້ໄຜ່ທີ່ທາສີ ແບ່ງອອກເປັນ 2 ຝັ່ງຄື: ທາສີຄຳ ແລະ ທາສີເງິນ.

ທີ່ມາ: ວຽງຈັນໃໝ່