ສສຂ ພູວົງ ສະເໜີເລັ່ງແກ້ໄຂຄວາມທຸກຍາກ ແລະ ຜັກດັນສ້າງທາງປູຢາງ ພູວົງ-ວຽງໄຊ.

ໃນວັນທີ 25 ພະຈິກ 2026 ນີ້, ໃນວາລະຂອງການດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງ ສະພາປະຊາຊົນແຂວງອັດຕະປື ຊຸດທີ V, ທ່ານ ດາບແກ້ວ ໄຊຍະແສງ ສະມາຊິກສະພາປະຊາຊົນແຂວງ (ສສຂ) ປະຈຳເຂດເລືອກຕັ້ງເມືອງພູວົງ ໄດ້ສະເໜີຫຼາຍບັນຫາສຳຄັນ ໂດຍເນັ້ນໃຫ້ເລັ່ງຈັດຕັ້ງວາລະແຫ່ງຊາດ, ແກ້ໄຂຄວາມທຸກຍາກ, ຍົກສູງການຄຸ້ມຄອງທຶນຮອນ ແລະ ຜັກດັນການກໍ່ສ້າງເສັ້ນ ທາງປູຢາງ ເມືອງພູວົງ-ບ້ານວຽງໄຊ.
ທ່ານ ດາບແກ້ວ ໄຊຍະແສງ ໄດ້ສະເໜີໃຫ້ທຸກພາກສ່ວນເລັ່ງຈັດຕັ້ງວາລະແຫ່ງຊາດຢ່າງຈິງຈັງ, ມີຈຸດສຸມ ແລະ ເປົ້າໝາຍຊັດເຈນ, ທຸກແຜນງານ, ໂຄງການ ແລະ ກິດຈະກຳ ຕ້ອງມຸ່ງເນັ້ນຜົນປະໂຫຍດໂດຍກົງຕໍ່ປະຊາຊົນ ໂດຍສະເພາະຄອບຄົວທຸກຍາກ, ຕ້ອງດຳເນີນວຽກຢ່າງຖືກຕ້ອງ, ວ່ອງໄວ ແລະ ບໍ່ຊັກຊ້າ. ພ້ອມທັງຢ້ຳວ່າ: ວາລະແຫ່ງຊາດ ບໍ່ແມ່ນພຽງພາລະກິດຂອງຂະແໜງການໃດໜຶ່ງ ຫຼື ຂັ້ນ ໃດໜຶ່ງ ແຕ່ເປັນໜ້າທີ່ຮ່ວມກັນຂອງທຸກພາກສ່ວນ ແລະ ທຸກຄົນໃນສັງຄົມ.

ພ້ອມນີ້, ທ່ານຍັງເນັ້ນເຖິງການຄຸ້ມຄອງ ແລະ ນຳໃຊ້ທຶນຮອນທີ່ມີຢູ່ຢ່າງປະຢັດ ແລະ ມີປະສິດທິຜົນສູງສຸດ, ເພາະທຶນຮອນມີຈຳກັດ ຈຶ່ງຈຳເປັນຕ້ອງວາງແຜນ ແລະ ຈັດສັນໃຫ້ຖືກຈຸດ ເພື່ອໃຫ້ເກີດປະ ໂຫຍດສູງສຸດແກ່ປະຊາຊົນ. ນອກຈາກນັ້ນ, ທ່ານຍັງສະແດງຄວາມເປັນຫ່ວງຕໍ່ຄວາມສ່ຽງຈາກການນຳໃຊ້ສານເຄມີຂອງບັນດາບໍລິສັດລົງທຶນພາຍໃນເມືອງ, ເນື່ອງຈາກການຕິດຕາມ ແລະ ກວດກາຍັງບໍ່ທົ່ວເຖິງ. ຈຶ່ງສະເໜີໃຫ້ພາກສ່ວນກ່ຽວຂ້ອງເພີ່ມທະວີການປ້ອງກັນ, ກວດກາຕັ້ງແຕ່ຕົ້ນ ແລະ ວາງລະບຽບການຄຸ້ມຄອງໃຫ້ຮັດກຸມ.

ສຳລັບບັນຫາທີ່ຕ້ອງການໃຫ້ການນຳແຂວງພິຈາລະນາຊຸກຍູ້ແກ້ໄຂໂດຍໄວນັ້ນ, ທ່ານໄດ້ສະເໜີໃຫ້ເລັ່ງຜັກດັນໂຄງການກໍ່ສ້າງ ແລະ ປູຢາງເສັ້ນທາງແຕ່ເມືອງພູວົງຫາບ້ານວຽງໄຊ ເພື່ອອຳນວຍຄວາມສະດວກໃນການເດີນທາງ ແລະ ການທຳມາຫາກິນຂອງປະຊາຊົນ. ທັງນີ້, ເສັ້ນທາງດັ່ງກ່າວເປັນບັນ ຫາທີ່ ສສຂ ໄດ້ສະເໜີມາຫຼາຍສະໄໝແລ້ວ ແຕ່ຈົນຮອດປັດຈຸບັນຍັງບໍ່ທັນໄດ້ຮັບການແກ້ໄຂເປັນຮູບປະທຳ.

ການສະເໜີດັ່ງກ່າວ ມຸ່ງໃຫ້ພາກສ່ວນກ່ຽວຂ້ອງເລັ່ງຊຸກຍູ້ວຽກງານທີ່ຈຳເປັນ ເພື່ອໃຫ້ວາລະແຫ່ງ ຊາດເກີດຜົນເປັນຮູບປະທຳ ແລະ ປະຊາຊົນ ໄດ້ຮັບຜົນປະໂຫຍດຢ່າງແທ້ຈິງ.

ຂ່າວ: ສ.ໄຊຄຳສອນ