ທ່ານ ນາຍົກ ສະເຫຼີມໄຊ ກົມມະສິດ ເຂົ້າຮ່ວມເປີດມະຫາກຳກາເຟລາວ ແລະ ຜະລິດຕະພັນກະສິກໍາ

ໃນວັນທີ 25 ພະຈິກ 2026 ທີ່ແຂວງຈຳປາສັກ ໄດ້ຈັດພິທີເປີດມະຫາກຳກາເຟລາວ ແລະ ຜະລິດຕະພັນກະສິກຳເຂດພູພຽງບໍລະເວນ ໃຫ້ກຽດເຂົ້າຮ່ວມຂອງທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ.
ການຈັດງານຄັ້ງນີ້ ເພື່ອສົ່ງເສີມກາເຟລາວ ໃຫ້ເປັນທີ່ຮູ້ຈັກກວ້າງຂວາງຫຼາຍຂຶ້ນໃນຕະຫຼາດສາກົນ ຂອງກຸ່ມທຸລະກິດຂະໜາດນ້ອຍ-ກາງ ແລະ ຫົວໜ່ວຍການຜະລິດຕ່າງໆ, ທັງເປັນການກະຕຸ້ນການທ່ອງທ່ຽວລາວ ກໍ່ຄືແຂວງຈຳປາສັກ ໂດຍສະເພາະ ຢູ່ເຂດພູພຽງບໍລະເວນ ທີ່ມີຄວາມສວຍງາມ, ອຸດົມສົມບູນ, ເປັນແຫຼ່ງປູກກາເຟທີ່ມີລົດຊາດ-ກິ່ນຫອມ ແບບເອກະລັກສະເພາະ ແລະ ມີຊື່ສຽງຂອງປະເທດ, ທັງເປັນການຊ່ວຍວາງພື້ນຖານອັນໜັກແໜ້ນ ໃຫ້ກາເຟລາວ ສາມາດກ້າວເຂົ້າເປັນສະມາຊິກຂອງອົງການກາເຟສາກົນ (ICO) ໃນອະນາຄົດ.
ພ້ອມກັນນັ້ນ ຍັງເປັນການສ້າງໂອກາດ ແລະ ເງື່ອນໄຂອັນດີ ໃນການນຳສະເໜີລົດຊາດທີ່ເປັນເອກະລັກ ແລະ ຄຸນນະພາບຂອງກາເຟລາວ, ເປັນເວທີແລກປ່ຽນຄວາມຮູ້, ບົດຮຽນ-ປະສົບການ ຕະຫຼອດຮອດການພົວພັນເຊື່ອມຕໍ່ ລະຫວ່າງ ຊາວສວນກາເຟ ກັບຄູ່ຮ່ວມທຸລະກິດ ແລະ ຄູ່ຮ່ວມງານສາກົນ, ສັງຄົມ ໄດ້ຮັບຮູ້ຕ່ອງໂສ້ການຜະລິດ ແລະ ຈຳໜ່າຍກາເຟ ກໍ່ຄືການພົວພັນຂອງບັນດາ ຊາວສວນ, ຜູ້ຜະລິດ, ຜູ້ປະກອບການ, ຜູ້ຂົ້ວກາເຟ, ຜູ້ປຸງແຕ່ງ ແລະ ທຸກພາກສ່ວນ ທີ່ມີສ່ວນຮ່ວມ ໃນການຜະລິດ, ຈຳໜ່າຍ, ຊົມໃຊ້ ແລະ ດື່ມກາເຟ, ເຮັດໃຫ້ອຸດສາຫະກຳກາເຟລາວ ເຕີບໃຫຍ່ຂະຫຍາຍຕົວ ທັງຕະຫຼາດພາຍໃນ ແລະ ຕ່າງປະເທດ.
ຕິດພັນກັບການເຄື່ອນໄຫວເປີດງານມະຫາກຳກາເຟລາວ ແລະ ຜະລິດຕະພັນກະສິກຳ ຢູ່ແຂວງຈຳປາສັກ ຄັ້ງນີ້, ທ່ານ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ຍັງໄດ້ເດີນທາງໄປຢ້ຽມຢາມໂຄງການປູກໝາກບລູເບີຣີ ຢູ່ເມືອງປາກຊ່ອງ ແລະໂຄງການພະລັງງານໄຟຟ້າແສງຕາເວັນ ຢູ່ເມືອງໂຂງ ຕື່ມອີກ.
ຂ່າວ ແລະ ພາບ: ກົມປະຊາສຳພັນ ຫສນຍ.