
ກອງປະຊຸມຄະນະກຳມະການແຫ່ງຊາດເພື່ອສົ່ງເສີມກາເຟລາວ ປະຈຳປີ 2026 ຈັດຂຶ້ນໃນວັນທີ 26 ພະຈິກ 2026 ທີ່ນະຄອນປາກເຊ ແຂວງຈຳປາສັກ ໂດຍມີທ່ານ ປອ. ລິນຄຳ ດວງສະຫວັນ ລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ແລະ ປະທານຄະນະກຳມະການແຫ່ງຊາດເພື່ອສົ່ງເສີມກາເຟລາວ ເປັນປະທານຮ່ວມກັບທ່ານ ພິມພອນ ພັນດານຸວົງ ຮອງປະທານຄະນະກຳມະການປົກຄອງແຂວງຈຳປາສັກ.
ພາຍໃນງານຍັງມີທ່ານ ນາງ ບີນີເດັກ ດຣິແຊັມ ເອກອັກຄະລັດຖະທູດຝຣັ່ງປະຈຳ ສປປ ລາວ, ທ່ານ ມາກ ກາລາເຮີ ເອກອັກຄະລັດຖະທູດສະຫະພາບເອີຣົບປະຈຳ ສປປ ລາວ, ບັນດາຮອງລັດຖະມົນຕີ, ຫົວໜ້າຫ້ອງການກະຊວງ, ຫົວໜ້າ-ຮອງຫົວໜ້າກົມ, ຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມຂັ້ນແຂວງ, ຜູ້ປະກອບການ, ຜູ້ຜະລິດກາເຟ ແລະ ແຂກຖືກເຊີນເຂົ້າຮ່ວມ.
ທ່ານ ປອ. ລິນຄຳ ດວງສະຫວັນ ກ່າວວ່າ ກອງປະຊຸມຄັ້ງນີ້ເປັນການປະຊຸມຄັ້ງທຳອິດ ພາຍຫຼັງມີຂໍ້ຕົກລົງຂອງນາຍົກລັດຖະມົນຕີ ສະບັບເລກທີ 96/ນຍ ລົງວັນທີ 14 ສິງຫາ 2026. ຜ່ານມາ ການຜະລິດກາເຟຂອງລາວໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ ແລະ ມີສ່ວນສຳຄັນຕໍ່ໂຄງປະກອບເສດຖະກິດແຫ່ງຊາດ ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານ ພ້ອມທັງການມີສ່ວນຮ່ວມຈາກພາກສ່ວນກ່ຽວຂ້ອງທັງພາຍໃນ ແລະ ຕ່າງປະເທດ ໂດຍສະເພາະລັດຖະບານຝຣັ່ງ ຜ່ານອົງການ AFD ແລະ ສະຫະພາບເອີຣົບ.
ປັດຈຸບັນ ມີບໍລິສັດທັງພາຍໃນ ແລະ ຕ່າງປະເທດຫຼາຍກວ່າ 90 ບໍລິສັດ ເຂົ້າມາລົງທຶນໃນການຜະລິດກາເຟ. ສ່ວນມູນຄ່າການສົ່ງອອກຜະລິດຕະພັນກາເຟລາວໃນປີ 2025 ມີຫຼາຍກວ່າ 226 ລ້ານໂດລາສະຫະລັດ.
ກອງປະຊຸມໄດ້ຄົ້ນຄວ້າ ປຶກສາຫາລື ແລະ ແລກປ່ຽນບົດຮຽນກ່ຽວກັບການສົ່ງເສີມການຜະລິດກາເຟລາວ ລວມທັງການປະສານວຽກລະຫວ່າງຂະແໜງການສ່ວນກາງ, ທ້ອງຖິ່ນ ແລະ ພາກເອກະຊົນ ເພື່ອຜັນຂະຫຍາຍແຜນການ ແລະ ໂຄງການຕ່າງໆ ໃຫ້ບັນລຸ 4 ເປົ້າໝາຍຍຸດທະສາດສຳຄັນ ຄື:
ນອກຈາກນີ້ ກອງປະຊຸມຍັງໄດ້ຮັບຟັງບົດລາຍງານສັງລວມການຈັດຕັ້ງວຽກງານສົ່ງເສີມກາເຟລາວໃນໄລຍະປີ 2024-2026 ພ້ອມທັງທິດທາງແຜນການສຳລັບປີ 2027.
ທີ່ມາ: VientianeMai
ຮູບພາບ: United Nations