ລາວ-ອຽກລັງ ທົບທວນຜົນການຮ່ວມມື

    ວັນທີ 17 ພຶດສະພາ 21019, ທີ່ກະຊວງການຕ່າງປະເທດໄດ້ຈັດກອງປະຊຸມທົບທວນກາງສະໄໝຜົນຂອງການຮ່ວມມືລາວ-ອຽກລັງ ໃນໄລຍະແຕ່ປີ 2017- 2020 ໂດຍການເປັນປະທານຮ່ວມລະຫວ່າງທ່ານ ພົມມາ ຄໍາມະນີຈັນ, ຫົວໜ້າກົມເອີຣົບ ແລະ ອາເມລິກາ ແລະ ທ່ານ Ruairi de Burca, ຫົວ ໜ້າກົມການຊ່ວຍເຫຼືອອຽກລັງ. ໃນກອງປະຊຸມຄັ້ງນີ້ທັງສອງຝ່າຍໄດ້ຕີລາຄາໝາກຜົນການຮ່ວມມືໃນໄລຍະຜ່ານມາ ແລະ ປຶກສາຫາລືກ່ຽວກັບແຜນ ການ ແລະທິດທາງການຮ່ວມມືໃນຕໍ່ໜ້າເຊັ່ນ: ຂະແໜງການສຶກສາ, ສາທາລະນະສຸກ ແລະ ການສ້າງຄວາມອາດສາມາດໃຫ້ແກ່ພະນັກງານລັດເພື່ອການນໍາໃຊ້ ພາສາອັງກິດໃຫ້ຄ່ອງແຄ້ວ ແລະ ອື່ນໆ. ຫຼັງຈາກນັ້ນ, ກໍ່ໄດ້ຈັດພິທີມອບໃບຢັ້ງຢືນໃຫ້ແກ່ພະນັກງານ ກະຊວງການຕ່າງປະເທດຈຳນວນ 19 ທ່ານ ທີ່ສຳເລັດການຝຶກອົບຮົມພາສາອັງກິດໃນເດືອນກັນຍາ 2018-ມີນາ 2019 ຊຶ່ງເປັນກຽດມອບໂດຍທ່ານຫົວໜ້າກົມການຊ່ວຍເຫຼືອຂອງອຽກລັງ, ກະຊວງການຕ່າງປະເທດ ແລະການຄ້າແຫ່ງສາທາລະນະລັດອຽກລັງ.

   ໃນວັນດຽວກັນ, ທ່ານ ແສງເພັດ ຮຸ່ງບຸນຍວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ Ruairi de Burca,ຫົວໜ້າກົມການຊ່ວຍເຫຼືອອຽກລັງ,ກະຊວງການຕ່າງປະເທດ ແລະການຄ້າອຽກລັງ. ເຊິ່ງໄດ້ດຳເນີນດ້ວຍບັນຍາກາດອັນສ້າງສັນ ແລະກົງໄປກົງມາ. ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດໄດ້ກ່າວຕ້ອນຮັບ ແລະຕີລາຄາສູງຕໍ່ການຮ່ວມມືລາວ-ອຽກລັງ ພ້ອມທັງສະແດງຄວາມຂອ ບໃຈຕໍ່ລັດຖະບານ ແລະ ປະຊາຊົນອຽກລັງທີ່ໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍເປັນຕົ້ນຂະແໜງການສຶກສາ, ສາທາ ລະນະສຸກ, ການຊ່ວຍເຫຼືອສ້າງຊັບພະຍາກອນມະນຸດໃຫ້ສະຖາບັນການທ່ອງທ່ຽວ ແລະໂຮງແຮມແຫ່ງຊາດ, ການສ້າງຄວາມອາດ ສາມາດດ້ານພາສາອັງກິດໃຫ້ແກ່ພະນັກງານລັດ, ການປັບປຸງເງື່ອນໄຂດ້ານຄ້າຂອງ ສປປ ລາວ ຜ່ານ ກອງທຶນ Multi Donor Trust Fund (MDTF) ແລະ ການເກັບກູ້ລະເບີດທີ່ຍັງບໍ່ທັນແຕກຢູ່ ສປປ ລາວ. ໃນໂອກາດດຽວກັນນັ້ນ, ທ່ານຫົວໜ້າກົມກໍ່ໄດ້ຢືນຢັນວ່າອຽກລັງຈະສືບຕໍ່ເສີມສ້າງການພົວພັນຮ່ວມມືກັບສປປລາວໃຫ້ແໜັນແຟ້ນ ແລະກວ້າງຂວາງຍິ່ງໆຂຶ້ນໃນອານາຄົດ.

  ນອກຈາກນັ້ນ, ຫົວໜ້າກົມການຊ່ວຍເຫຼືອອຽກລັງ, ກະຊວງການຕ່າງປະເທດ ແລະການຄ້າອຽກລັງ ເຂົ້າຢ້ຽມຂໍ່ານັບທ່ານກິແກ້ວ ຈັນທະບູລີ, ຮອງລັດຖະ ມົນຕີກະຊວງແຜນການ ແລະການລົງທຶນ, ພົບປະກັບຜູ້ຕາງໜ້າອົງການສະຫະປະຊາຊາດປະຈໍາລາວ ແລະ ຢ້ຽມຢ້ຽມໂຄງການຮ່ວມມືດ້ານການຜະລິດອົງຄະທຽມ ແລະ ເຄື່ອງຄ້ຳຊູ (ອົງຄະທຽມ) ທີ່ນະຄອນຫຼວງວຽງຈັນ ເພື່ອປຶກສາຫາລືກ່ຽວກັບທິດທາງໃຫ້ການຊ່ວຍເຫຼືອແກ່ໂຄງການເກັບກູ້ລະເບີດບໍ່ທັນແຕກ ແລະ ການຊ່ວຍເຫຼືອຕ່າງໆ ທີ່ມີຄວາມຈຳເປັນ, ຊຶ່ງເປັນໂຄງການທີ່ອຽກລັງໃຫ້ການຊ່ວຍເຫຼືອໃນປະຈຸບັນ.

ພາບ ແລະຂ່າວໂດຍ: ໜັງສືພິມເສດຖະກິດ-ສັງຄົມ