ປະດັບຫຼຽນໄຊແຮງງານ ໃຫ້ພະນັກງານການນຳ ກວຕ

  ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ (ກວຕ) ໄດ້ຈັດພິທີປະດັບຫຼຽນໄຊແຮງງານໃຫ້ພະນັກງານການນຳຂອງກະຊວງດັ່ງກ່າວເມື່ອ ວັນທີ 16 ພຶດສະພາຜ່ານມາທີ່ຫ້ອງປະຊຸມສະຖາບັນການຄຸ້ມຄອງວິທະຍາສາດ ແລະ ເຕັກໂນໂລຊີໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາລັດຖະບານ ແລະຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ມີບັນດາຫົວໜ້າຫ້ອງ ການ, ກົມ, ສະຖາບັນ ແລະ ພະນັກງານພາຍໃນ ກວຕ ເຂົ້າຮ່ວມ.

  ທ່ານ ບຸນປອນ ບົວແພງ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ, ກະຊວງວິທະຍາສາດ ແລະເຕັກໂນໂລຊີ ໄດ້ຜ່ານລັດຖະດຳລັດຂອງປະທານປະເທດວ່າດ້ວຍການປະດັບຫຼຽນໄຊແຮງງານຊັ້ນ II  ແລະ ຊັ້ນ III, ສະບັບເລກທີ 155/ປປທ, ລົງວັນທີ 11 ກຸມພາ 2019 ດຳລັດຂອງນາຍົກລັດຖະມົນຕີວ່າດ້ວຍການປະດັບຫຼຽນກາແຮງງານ, ສະບັບເລກທີ 340/ນ.ຍ, ລົງ ວັນທີ 2 ພະຈິກ 2018. ການປະດັບຫຼຽນໄຊແຮງງານໃນຄັ້ງນີ້ມີ 3 ປະເພດຄື: ຫຼຽນໄຊແຮງງານຊັ້ນ II ຫຼຽນໄຊແຮງງານຊັ້ນ III ແລະ ຫຼຽນກາແຮງງານ. ສໍາລັບຫຼຽນໄຊແຮງງານຊັ້ນ II ມີຈໍານວນ 3 ທ່ານ ຄື: ທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີ ກວຕ ທ່ານ ຫຸມພັນ ອິນທະຣາດ ຮອງລັດຖະມົນຕີ ກວຕ ທ່ານ ແກ້ວນະຄອນ ໄຊສຸລຽນ, ຫົວໜ້າກົມເຕັກໂນໂລຊີດີຈິຕ໋ອນ. ຫຼຽນໄຊແຮງງງານຊັ້ນ III ມີຈຳນວນ 5 ທ່ານຄື: ທ່ານ ບຸນຕີ ທະມິດ ຮອງລັດຖະມົນຕີ ກວຕ ທ່ານ ສຸລິອຸດົງ ສູນດາລາ ຮອງລັດຖະມົນຕີ ກວຕ ທ່ານ ຈັນແສງ ພິມມະວົງ ຮອງລັດຖະ ມົນຕີ ກວຕ ທ່ານ ສຸລິຍາ ແສງດາລາວົງ ຮອງຫົວໜ້າກົມເຕັກໂນ ໂລຊີດີຈິຕ໋ອນ ແລະ ທ່ານ ອາລິວັນ ສີທາລາ ປະທານບໍລິສັດ ເອເອັມແຊັດ ກຣຸບ ຈຳກັດ. ສ່ວນຫຼຽນກາແຮງງານມີຈຳນວນ 4 ທ່ານຄື: ທ່ານ ພຸດທະສັກ ວິຈິດຕຣາ ຫົວໜ້າຫ້ອງການ ກວຕ ທ່ານ ຄຳເພັດ ວົງດາລາ ຫົວໜ້າກົມແຜນການ-ຮ່ວມ ມື, ກວຕ ທ່ານ ນາງ ສິຣິລັກ ໄຊຍະບຸນຊູ ຮອງຫົວໜ້າກົມເຕັກໂນໂລຊີດີຈິຕ໋ອນ ແລະທ່ານ ມີໂນ້ ສີວິໄລ ຫົວໜ້າພະແນກນະໂຍບາຍ ແລະຍຸດທະສາດ, ກົມເຕັກໂນໂລຊີດີຈິຕ໋ອນ.

  ຈາກນັ້ນ, ທ່ານ ບຸນທອງ ຈິດມະນີ ໄດ້ໃຫ້ກຽດໂອ້ລົມໂດຍຍ້ອງຍໍຊົມເຊີຍຕໍ່ພະນັກງານການນຳຂອງກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ທີ່ໄດ້ປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດໂຄງການສ້າງສູນຂໍ້ມູນທີ່ນຳໃຊ້ພະລັງງານຢ່າງມີປະສິດທິພາບຂອງ ສປປ ລາວ (LEED); ໂຄງການດັ່ງກ່າວໄດ້ເລີ່ມຈັດຕັ້ງປະຕິບັດນັບແຕ່ປີ 2016 ມາເຖິງປະຈຸບັນໄດ້ສຳເລັດເປັນຢ່າງດີ. ຜົນງານດັ່ງກ່າວເປັນການປະກອບສ່ວນອັນສຳຄັນ ໃນການພັດທະນາປະເທດຊາດ. ພ້ອມນັ້ນທ່ານຍັງເນັ້ນໃຫ້ພະນັກງານ ກວຕ ສືບຕໍ່ປະຕິບັດວຽກງານຕາມການມອບໝາຍຂອງຂັ້ນເທິງ ແລະ ສ້າງຜົນງານໃໝ່ຕື່່ມອີກໃນໂອກາດຕໍ່ໄປ.

  ພາຍຫຼັງສຳເລັດພິທີ ທ່ານຮອງນາຍົກພ້ອມດ້ວຍຄະນະກະຊວງກໍໄດ້ລົງຢ້ຽມຊົມສູນຂໍ້ມູນທີ່ນຳໃຊ້ພະລັງງານຢ່າງມີປະສິດທິພາບຂອງ ສປປ ລາວ (LEED) ແລະ ຢ້ຽມຊົມບັນດາຫ້ອງທົດລອງ, ຫ້ອງກວດສອບກ່ຽວກັບວຽກງານມາດຕະຖານ ແລະ ວັດແທກນຳອີກ.

ພາບ ແລະຂ່າວໂດຍ: ໜັງສືພິມເສດຖະກິດ-ສັງຄົມ