ສູນ ກສນ ຊຽງຂວາງຈັດການສອບເສັງເລື່ອນຊັ້ນ

ໃນວັນທີ 13 ພຶດສະພາຜ່ານມາສູນການສຶກສານອກໂຮງຮຽນຂັ້ນແຂວງ (ກສນ) ແຂວງຊຽງຂວາງໄດ້ຈັດການສອບເສັງເລື່ອນຊັ້ນ ມ.(5-6 )ລະບົບບຳ ລຸງຂຶ້ນຢ່າງເປັນທາງການທີ່ໂຮງ ຮຽນຂອງຕົນ,ພາຍໃຕ້ການເປັນປະທານຂອງທ່ານ ຄອນເພັດພົມສົມບັດຮອງອຳນວຍການສູນ, ເຂົ້າຮ່ວມມີຄູ-ອາຈານຄະນະຮັບຜິດຊອບການສອບເສັງ, ກຳມະການຍາມຫ້ອງສອບແລະນ້ອງນັກສອບເສັງທັງໝົດ.

ທ່ານ ສອນທະວີ ໂພສະລາດຮອງໜ່ວຍງານວັດແລະປະເມີນຜົນສູນ ກສນ ບອກໃຫ້ຮູ້ວ່າ: ສົກຮຽນນີ້ທາງສູນມີນັກຮຽນລວມທັງ ຊັ້ນ ມ.5 ແລະມ.6 ທັງໝົດ 96 ຄົນ, ຍິງ 1 ຄົນ; ໃນນັ້ນຊັ້ນ ມ.5 ມີນັກຮຽນ 46 ຄົນ ແລະຊັ້ນ ມ.6 ມີນັກຮຽນ 50 ຄົນ ຍິງ 1 ຄົນ. ໃນນັ້ນໄດ້ແບ່ງຫ້ອງສອບເສັງ ອອກເປັນ 3 ຫ້ອງສອບ, ສໍາລັບວິ ຊາສອບເສັງມີທັງໝົດ 10 ວິຊາຄື: ພາສາລາວ-ວັນນະຄະດີ, ຄະ ນິດສາດ, ຟີຊິກສາດ, ເຄມີສາດ, ຊີວະສາດ, ປະຫວັດສາດ, ພູມສາດ, ສຶກສາພົນລະເມືອງ, ພາສາອັງກິດ ແລະວິຊາຊີບຂັ້ນພື້ນຖານ (ປຸງ ແຕ່ງ, ຕັດຫຍິບ, ເສີມສວຍ). ແຕ່ ລະວິຊາໃຊ້ເວລາສອບເສັງແຕກ ຕ່າງກັນ 60 ນາທີ, 90 ນາທີ, ຍົກ ເວັ້ນວິຊາພາສາລາວ-ວັນນະຄະດີ ແລະຄະນິດສາດໃຊ້ເວລາ 120 ນາທີ, ພ້ອມທັງວາງຄາດໝາຍຜົນ ການສອບເສັງໃຫ້ບັນລຸ 96%,.

ໂອກາດນີ້ທ່ານຄອນເພັດພົມສົມບັດຍັງໄດ້ຍົກໃຫ້ເຫັນເຖິງຈຸດ ປະສົງເປົ້າໝາຍຂອງການຈັດສອບ ເສັງຄັ້ງນີ້ແມ່ນເພື່ອເປັນການທົດສອບເບິ່ງລະດັບຄວາມຮູ້ຄວາມສາມາດຂອງນັກຮຽນຕະຫຼອດໄລຍະ ການສຶກສາຮໍ່າຮຽນ, ຕີລາຄາຂະ ບວນການສິດສອນແລະການສົ່ງຄວາມຮູ້ຂອງຄູ-ອາຈານໃຫ້ແກ່ນັກ ຮຽນ, ຂະນະດຽວກັນທ່ານຍັງໄດ້ ຮຽກຮ້ອງໃຫ້ຄະນະຮັບຜິດຊອບ ການສອບເສັງກໍ່ຄືກຳມະການຍາມຫ້ອງຈົ່ງພ້ອມກັນເອົາໃຈໃສ່ຄວາມເປັນລະບຽບຮຽບຮ້ອຍຂອງສະ ຖານທີ່ສອບເສັງກໍ່ຄືນັກສອບໃຫ້ມີ ຄວາມພ້ອມ, ປະຕິບັດກົດລະບຽບ ການສອບເສັງໃຫ້ເຂັ້ມງວດເພື່ອເຮັດແນວໃດໃຫ້ບັ້ນສອບເສັງດຳ ເນີນໄປດ້ວຍຜົນສຳເລັດ ແລະບັນ ລຸຕາມເປົ້າໝາຍທີ່ວາງໄວ້.

ໂດຍ: ສອນທະວີີ