ລາວເຂົ້າຮ່ວມກອງປະຊຸມຫຼຸດຜ່ອນຄວາມສ່ຽງໄພພິບັດ ທີ່ເຈນນາວາ

  ໃນລະຫວ່າງວັນທີ 13-17 ພຶດສະພາ 2019 ທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະສະຫວັດດີການສັງຄົມ ແລະຄະນະວິຊາການ ຈໍານວນ 4 ທ່ານ ຈາກກົມທີ່ກ່ຽວຂ້ອງຂອງກະຊວງ ຮສສ ໄດ້ເຂົ້າ ຮ່ວມກອງປະຊຸມລະດັບໂລກກ່ຽວກັບການຫຼຸດຜ່ອນຄວາມສ່ຽງໄພພິບັດ ຄັ້ງທີ 6 “Globa l Platform for Disaster Risk Reduction, 13-2019 May 2019”ທີ່ ເຈັນເນວາປະເທດສະວິດເຊີແລນໂດຍການເປັນເຈົ້າພາບຮ່ວມຂອງລັ ດຖະບານປະເທດສະວິດເຊີແລນ ແລະ ອົງການສະຫະປະຊາຊາດເພື່ອຫຼຸດຜ່ອນຄວາມສ່ຽງໄພພິບັດ, ມີຜູ້ເຂົ້າຮ່ວມຈາກ 182 ປະເທດທີ່ຕາງໜ້າຈາກພາກລັດຖະບານ, ບັນດາກຸ່ມຜູ້ມີສ່ວນຮ່ວມເຊັ່ນຜູ້ແທນກຸ່ມຄົນພິການ ແລະອົງການຮັບຜິດຊອບທີ່ກ່ຽວຂ້ອງ, ຄູ່ຮ່ວມງານຈາກອົງການ ສປຊ, ຂະແໜງການເອກະຊົນ, ບັນດາອົງການຈັດຕັ້ງພາກພື້ນ ແລະບັນດາມະຫາວິທະຍາໄລກໍ່ໄດ້ເຂົ້າຮ່ວມຢ່າງພ້ອມພຽງ. 

ກອງປະຊຸມລະດັບໂລກຄັ້ງນີ້ເປັນເວທີໃຫ້ແກ່ບັນດານັກຄົ້ນຄວ້າ ແລະຜູ້ຊໍານານດ້ານວຽກງານຫຼຸດຜ່ອນຄວາມສ່ຽງໄພພິບັດ, ບັນດາຜູ້ຕັດສິນບັນຫາ, ພະນັກ ງານລັດ ແລະບັນດາຜູ້ມີສ່ວນຮ່ວມອື່ນໆ ໄດ້ສົນທະນາ ແລະປຶກສາຫາລືວິ ທີການຫຼຸດຜ່ອນຜົນກະທົບຈາກ ໄພພິບັດ, ຊຸກຍູ້ການຈັດຕັ້ງປະຕິ ບັດຂອບແຜນປະຕິບັດງານເຊັນໃດ Sendia Framework 2015- 2030 ວ່າດ້ວຍການຫຼຸດຜ່ອນຄວາມສ່ຽງໄພພິບັດ, ບັນດາເປົ້າໝາຍການພັດທະນາຮອດປີ 203 0 ແລະສັນຍາປາຣີ ວ່າດ້ວຍການປ່ຽນແປງດິນຟ້າອາກາດ Paris Agreement on Climate Change 2016.

  ຜົນຂອງກອງປະຊຸມໃນຄັ້ງນີ້ຈະປະກອບສ່ວນໃຫ້ແກ່ການປຶກສາຫາລືຂອງກອງປະຊຸມການເມືອງລະດັບສູງ (High-level Political Forum) ກ່ຽວກັບ ການພັດທະນາທີ່ຍືນຍົງທີ່ຈະຈັດຂຶ້ນໃນລະຫວ່າງເດືອນກໍລະກົດ ປີ 2019 ທີ່ນິວຢອກ ປະເທດສະຫະລັດອາເມລິກາ ແລະ ກອງປະຊຸມສຸດຍອດດ້ານອາກາດຂອງເລຂາທິການໃຫຍ່ ສປຊ ທີ່ຈະຈັດຂຶ້ນໃນເດືອນກັນຍາ 2019.

  ກອງປະຊຸມໄດ້ດໍາເນີນເປັນເວລາ 5 ວັນ ໂດຍມີຫຼາຍຫົວຂໍ້ທີ່ແຕກຕ່າງກັນແລະມີສອງຂັ້ນຄື: ກອງປະຊຸມໂຕະມົນຂັ້ນລັດຖະມົນຕີ: ຈັດຂຶ້ນພາຍໃຕ້ຫົວຂໍ້ “ການຫຼຸດຜ່ອນຄວາມສ່ຽງໄພພິບັດ, ບັນຫາການປ່ຽນແປງດິນຟ້າອາກາດ ແລະເປົ້າໝາຍການພັດທະນາທີ່ຍືນຍົງ” ແລະໃນຫົວຂໍ້ “ຄວາມສ່ຽງຕໍ່ການລົງທຶນ ແລະ ເສດຖະກິດຂອງການຫຼຸດຜ່ອນຄວມສ່ຽງໄພພິບັດ”.

- ກອງປະຊຸມສົນທະນາຂັ້ນສູງ: ຈັດຂຶ້ນເພື່ອສົນທະນາແລກປ່ຽນບົດຮຽນປະສົບປະການ ແລະ ສະແດງຄວາມຄໍາຄິດເຫັນໃນການເພີ່ມທະວີການຈັດຕັ້ງຜັນຂະຫຍາຍແຜນປະຕິບັດງານເຊັນໃດດ້ານການຫຼຸດຜ່ອນຄວາມສ່ຽງໄພພິບັດ ແລະວາລະການພັດທະນາທີ່ຍືນຍົງ.

  ນອກຈາກການເຂົ້າຮ່ວມບັນດາກອງປະຊຸມຂ້າງເທິງແລ້ວ, ຄະນະຜູ້ແທນລາວນໍາໂດຍ ທ່ານ ປອ ຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງຮສສກໍ່ໄດ້ມີປະຊຸມພົບປະສອງຝ່າຍຄື:

  • ວັນທີ 15 ພຶດສະພາ 2019 ເວລາ 15.00-15:45 ໂມງ ພົບປະກັບທີມງານໂຄງການ CARDI ຂອງອົງການເຄືອຂ່າຍ ສປຊ, ໃນນີ້ກໍ່ໄດ້ແລກປ່ຽນບົດຮຽນດ້ານວຽກງານຄຸ້ມຄອງໄພພິບັດ,ບັນຫາທີ່ເປັນສິ່ງທ້າທາຍ ແລະຄວາມຕ້ອງການເພື່ອໃຫ້ທາງທີມງານໂຄງການຂອງ ສປຊ ໄດ້ພິຈາລະນາສະໜັບ ສະໜູນ. ຜົນການພົບປະໂດຍລວມທາງອົງການເຄືອຂ່າຍ ສປຊ ເຫັນດີໃຫ້ການສະໜັບສະໜູນດ້ານເຕັກນິກວິຊາການ ແລະສະເໜີໃຫ້ທັງສອງຝ່າຍສືບຕໍ່ ປະສານສົມທົບ ແລະຮ່ວມກັນກໍານົດແຜນການຮ່ວມກັນລະອຽດ, ສ່ວນ ວັນທີ 16 ພຶດສະພາ 2019 ພົບປະກັບທີມງານຂອງສະຖານທູດສະວິດເຊີແລນ ໃນນີ້ໄດ້ແລກປ່ຽນກັນກ່ຽວກັບສະພາບໄພພິບັດ ແລະ ຄວາມເສຍຫາຍຈາກໄພພິບັດນໍ້າຖ້ວມ ແລະ ບັນ ຫາເຂື່ອນແຕກ ຢູ່ ສປປ ລາວ ລວມທັງການຊ່ວຍ ເຫຼືອຂອງປະເທດສະວິດເຊີ ແລນໃນລະຫວ່າງການຕອບໂຕ້ໄພພິບັດສຸກເສີນ ຢູ່ ສປປ ລາວ. ສະຖານທູດສະວິດເຊີແລນເຫັນດີສືບຕໍ່ໃຫ້ການສະໜັບສະໜູນໃນການສ້າງຄວາມເຂັ້ມແຂງເພື່ອກຽມພ້ອມຮັບມືກັບໄພພິບັດ ແລະ ສະເໜີໃຫ້ສືບຕໍ່ຮ່ວມມື ແລະສ້າງເອກະສານໂຄງການຮ່ວມມືກັນ.
  • ພາບ ແລະຂ່າວໂດຍ: ໜັງສືພິມເສດຖະກິດ-ສັງຄົມ