ເມືອງງາ ປະກາດຈົບຊັ້ນມັດທະຍົມຕົ້ນບຳລຸງ

ວັນທີ 17 ພຶດສະພາຜ່ານມາໄດ້ມີພິທີປະກາດຈົບຊັ້ນມັດທະຍົມສຶກສາຕອນຕົ້ນບຳລຸງທົ່ວເມືອງງາແຂວງອຸດົມໄຊໂດຍເຂົ້າຮ່ວມມີ ທ່ານ ຄຳຜາຍສີສະຫວັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະກີລາ, ທ່ານສົມຈິດປັນຍາສັກຮອງເຈົ້າແຂວງອຸດົມໄຊ, ມີເຈົ້າ ເມືອງ, ພ້ອມດ້ວຍພາກສ່ວນທີ່ກ່ຽວ ຂ້ອງເຂົ້າຮ່ວມ.

ເມືອງງາ ມີທັງໝົດ 61 ບ້ານ, ມີ  5.457 ຄົວເຮືອນ, 7.201 ຄອບຄົວ ແລະມີ 9 ກຸ່ມບ້ານ, ມີພົນລະ ເມືອງ 31 ພັນກວ່າຄົນ ປະກອບ ດ້ວຍ 3 ເຜົ່າໃຫຍ່ຄືເຜົ່າລາວໄຕ ກວມເອົາ 23%, ເຜົ່າກຶມມຸກວມ 58% ແລະເຜົ່າມົ້ງກວມເອົາ 19%, ປະຊາກອນອາຍຸ 15-30 ປີມີທັງ ໝົດ 9.391 ຄົນຮຽນຈົບມັດທະ ຍົມຕົ້ນສາມັນ 6.527 ຄົນ ຍິງ 2.925 ຄົນ, ການສຶກສານອກໂຮງ ຮຽນແມ່ນໄດ້ຈັດຕັ້ງພິທີປະກາດ ຈົບຊັ້ນປະຖົມທົ່ວເມືອງໃນວັນທີ 17 ພຶດ ສະພາ 2012 ແລະໄດ້ປະຕິບັດຕາມຄຳສັ່ງແນະນຳຂອງລັດ ຖະມົນຕີກະຊວງສຶກສາທິການແລະກີລາວ່າດ້ວຍການຈັດການ ຮຽນການສອນບຳລຸງຍົກລະດັບ ການສຶກສາຊັ້ນມັດທະຍົມຕົ້ນບຳ ລຸງສະບັບເລກທີ 2564/ສສ. ກສນລົງວັນທີ 7 ພະຈິກ 2007.

ນັບແຕ່ສົກປີ 2013-2014  ເປັນຕົ້ນມາໄດ້ເລີ່ມການຮຽນການສອນບຳລຸງຊັ້ນມັດທະຍົມຕົ້ນໃຫ້ແກ່ປະຊາຊົນພາຍໃນເມືອງຈົນເຖິງສົກປີ 2018-2019 ຈຶ່ງສຳ ເລັດ, ມີກຸ່ມເປົ້າໝາຍເຂົ້າຮຽນທັງໝົດ 2.819 ຄົນຍິງ 1.476 ຄົນ, ຮຽນຈົບຕາມໂຄງການຫຼັກສູດທັງໝົດ 2.665 ຄົນຍິງ 1.369 ຄົນເທົ່າກັບ 94,54% ແລະໃນລະ ຫວ່າງວັນທີ 18-22  ກຸມພາ 2019 ທາງພະແນກສຶກສາທິການ ແລະ ກີລາແຂວງໄດ້ສົມທົບກັບຫ້ອງ ການສຶກສາທິການແລະກີລາເມືອງ ເພື່ອລົງປະເມີນຈຳນວນ 21 ບ້ານເປົ້າໝາຍເຂົ້າຮ່ວມປະເມີນທັງໝົດ 500 ຄົນຍິງ 332 ຄົນ, ປະເມີນຕົວຈິງ 494 ຄົນຍິງ 327 ຄົນ ເທົ່າກັບ 98,80% ດັ່ງນັ້ນຈຶ່ງໄດ້ມີພິທີປະກາດເມືອງງາເປັນເມືອງ ຈົບຊັ້ນມັດທະຍົມສຶກສາຕອນຕົ້ນບຳລຸງທົ່ວເມືອງຢ່າງເປັນທາງການຂຶ້ນໃນວັນທີ 17 ພຶດສະພາ 2019.

ນສພ ເສດຖະກິດ-ສັງຄົມ