ສຕລ ຝຶກອົບຮົມໃຫ້ຄູຝຶກກີລາບານເຕະຂັ້ນພື້ນຖານ

ໃນລະຫວ່າງວັນທີ 14–17 ພຶດສະພາຜ່ານມາທີ່ສະໂມສອນພະແນກສຶກສາທິການ ແລະກີລາ ແຂວງອຸດົມໄຊໄດ້ຈັດຊຸດຝຶກອົບຮົມຄູຝຶກກີລາບານເຕະຂັ້ນພື້ນຖານ ຂອງສະຫະພັນບານເຕະແຫ່ງຊາດ ລາວ (ສຕລ), ໂດຍມີຜູ້ຮັບຜິດ ຊອບວຽກງານກີລາຈາກສະຫະ ພັນບານເຕະແຫ່ງຊາດລາວ, ແຂວງ, ເມືອງ ແລະໂຮງຮຽນອ້ອມຂ້າງໃຫ້ກຽດເຂົ້າຮ່ວມຂອງທ່ານພິມພາເພຍເທບຮອງຫົວໜ້າພະແນກ ສຶກສາທິການ ແລະກີລາແຂວງ, ທ່ານອະກິລະໂອໂນຫົວໜ້າເຕັກ ນິກບານເຕະສະຫະພັນບານເຕະ ແຫ່ງຊາດລາວ, ທ່ານ  ຄຳຜາຍ  ອິນສົມພອນຫົວໜ້າຂະແໜງກີລາລະດັບສູງ, ມີຫົວໜ້າຄູຝຶກສອນທິມ ງານຝຶກອົບຮົມຄູຝຶກບານເຕະ,ຫົວໜ້າຝຶກສອນກຳມະການບານເຕະທີ່ມາຈາກສະຫະພັນບານເຕະແຫ່ງຊາດລາວ, ມີຂະແໜງທີ່ກ່ຽວຂອງພ້ອມດ້ວຍສຳມະນາກອນເຂົ້າຮ່ວມ.

ໃນໄລຍະການຝຶກອົບຮົມແມ່ນແບ່ງອອກເປັນ 2 ພາກປະກອບມີພາກທິດສະດີແລະການປະຕິບັດຕົວຈິງໃນພາກສະໜາມ, ຜູ້ເຂົ້າຮ່ວມໄດ້ຮຽນຮູ້ກ່ຽວກັບການພັດທະນາຄູຝຶກ, ຄວາມຕ້ອງການຄູ ຝຶກຂອງ AFC, ພາລະບົດບາດ ແລະໜ້າທີຮັບຜິດຊອບ, ເຕັກນິກແລະຍຸດທະວິທີຂອງການເຕະບານ,ຄວາມສຳພັນກັບບານ, ການສົ່ງ ບານ, ການຈັບບານ, ການຍິງບານ, ຫຼັກການຂອງການຝຶກສອນ, ບານເຕະຟຸດຊໍ, ກະຕິກາຂອງກີລາບານ ເຕະ, ອາຫານ ແລະສຸຂະພາບ, ການຝຶກແອບ, ການຝຶກແອບຜູ້ຮັກສາປະຕູ, ການວາງແຜນ, ບົດບາດ ສຳຄັນຂອງຜູ້ຮັກສາປະຕູ, ການຈະເລີນເຕີບໃຫຍ່ ແລະການປະຖົມພະ ຍາບານ, ແນະນຳພາກປະຕິບັດກິດ ຈະກຳບານເຕະພື້ນຖານ, ການຫຼິ້ນບານໃນເກມ ແລະກິດຈະກຳກີລາບານເຕະຂັ້ນພື້ນຖານເຍົາວະຊົນ ລຸ້ນອາຍຸ 10-12 ປີ.