ສູນວັດແທກລົງກວດສອບປະລິມານບັນຈຸສິນຄ້າຫຸ້ມຫໍ່ 2 ບໍລິສັດຢູ່ບໍລິຄຳໄຊ

  ເມື່ອບໍ່ດົນມານີ້, ສູນວັດແທກທີ່ຂຶ້ນກັບກົມມາດຕະຖານ ແລະວັດແທກ, ກະຊວງວິທະຍາສາດ ແລະເຕັກໂນໂລຊີຮ່ວມກັບພະແນກວິທະຍາສາດ ແລະເຕັກ ໂນໂລຊີ ແຂວງບໍລິຄໍາໄຊ ໄດ້ລົງກວດສອບປະລິມານບັນຈຸໃນສິນຄ້າຫຸ້ມຫໍ່ (ປະເພດແປ້ງມັນຕົ້ນ) ຂອງບໍລິສັດ ຄາສະວາ ດຣາກອນ ຈຳກັດ, ຕັ້ງຢູ່ບ້ານນາ ຊວງ, ເມືອງວຽງທອງ, ແຂວງບໍລິຄຳໄຊ ແລະ ບໍລິສັດ ລາວທີທີແອວ ພັດທະນາກະສິກຳ ແລະ ອຸດສາຫະກຳຈໍາກັດ, ຕັ້ງຢູ່ບ້ານໂນນສົມບູນ, ເມືອງບໍລິຄັນ, ແຂວງບໍລິຄຳໄຊ.

  ການລົງກວດສອບຄັ້ງນີ້ກໍເພື່ອປະຕິບັດຕາມລະບຽບການ,ຫຼັກການກວດສອບສິນຄ້າຫຸ້ມຫໍ່ ແລະມາດຕະການກ່ຽວກັບການຄຸ້ມຄອງ, ກວດສອບຜະລິດຕະ ພັນ ແລະສິນຄ້າຫຸ້ມຫໍ່ທີ່ຜະລິດ, ນຳເຂົ້າ, ສົ່ງອອກ ແລະຈຳໜ່າຍຢູ່ລາວໃຫ້ຖືກຕ້ອງຕາມລະບຽບການທີ່ກຳນົດໄວ້ ແລະ ຖືກກົດລະບຽບຂອງສາກົນເພື່ອສ້າງ ເງື່ອນໄຂອັນສະດວກໃນການຊື້-ຂາຍ, ແນໃສ່ເຮັດໃຫ້ສັງຄົມມີຄວາມຍຸຕິທຳ, ປອດໄພ ແລະມີຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດໃນຂອບເຂດທົ່ວ ປະເທດ ແລະເຊື່ອມໂຍງກັບຫຼັກການກວດສອບຂອງພາກພື້ນ ແລະສາກົນ, ເພື່ອບໍ່ໃຫ້ເອົາປຽບລະຫວ່າງຜູ້ຊື້, ຜູ້ຂາຍ ແລະລະຫວ່າງໂຮງງານກັບໂຮງງານ.

  ວິຊາການກວດສອບໄດ້ໃຫ້ຮູ້ວ່າ: ການກວດສອບປະລິມານປະຈຸບັນແມ່ນໄດ້ປະຕິບັດຕາມຂັ້ນຕອນ ແລະເຕັກນິກການກວດສອບຊຶ່ງໄດ້ກວດສອບດ້ວຍກາ ນຊັ່ງທາງດ້ານປະລິມານແປ້ງມັນຕົ້ນທີ່ບັນຈຸຫຸ້ມຫໍ່ແລ້ວ 1 ຂະໜາດຄື: ຂະໜາດ 50 ກິໂລກຣາມ, ຜ່ານການກວດສອບເຫັນວ່າບໍລິມາດທີ່ບັນຈຸສິນຄ້າປະ ເພດແປ້ງມັນຕົ້ນຂອງທັງສອງບໍລິສັດແມ່ນໄດ້ຕາມມາດຕະຖານທີ່ກຳນົດໄວ້.

  ການລົງກວດສອບໃນຄັ້ງນີ້ນໍາພາໂດຍ ທ່ານ ນາງ ທັດສະພອນ ຄຳພູວັນ ຫົວໜ້າໜ່ວຍງານກວດສອບສິນຄ້າຫຸ້ມຫໍ່, ສູນວັດແທກພ້ອມດ້ວຍພະນັກງານ ວິຊາການພາຍໃນສູນ ແລະວິຊາການຈາກພະແນກວິທະຍາສາດ ແລະເຕັກໂນໂລຊີ ແຂວງບໍລິຄຳໄຊ.

ພາບ ແລະຂ່າວໂດຍ: ໜັງສືພິມເສດຖະກິດ-ສັງຄົມ