ຄວາມຮ້ອນເຮັດໃຫ້ປະສິດທິພາບຂອງສະໝອງຫຼຸດລົງ

ຫຼາຍປະເທດທົ່ວໂລກພົບກັບບັນຫາຄື້ນຄວາມ ຮ້ອນກ່ອນໜ້ານີ້ມີຜົນວິໄຈລະບຸວ່າອາກາດຮ້ອນທີ່ສະສົມເປັນເວລາດົນມີຜົນຕໍ່ປະສິດທິພາບການເຮັດວຽກຂອງສະໝອງ.

ກ່ອນໜ້ານີ້ນັກວິໄຈຈາກມະຫາວິທະຍາໄລຮາວາດ ໃນອາເມລິກາໄດ້ເຜີຍແຜ່ບົດສະຫຼຸບການທົດລອງແລະຜົນຕອບຄຳຖາມຂອງນັກສຶກສາມະຫາວິທະຍາໄລ  2 ກຸ່ມເພື່ອສຶກສາວ່າອາກາດທີ່ຮ້ອນມີຜົນຕໍ່ປະສິດທິພາບການຄິດ ແລະວິເຄາະຂອງນັກສຶກສາ ຫຼື ບໍ່ການເກັບລວບລວມຂໍ້ມູນ ເກີດຂຶ້ນໃນໄລຍະທີ່ອາເມລິກາປະເຊີນກັບຄວາມຮ້ອນມາ ຕໍ່ເນື່ອງ ໂດຍໃຫ້ນັກສຶກສາກຸ່ມທີ່ 1ພັກຢູ່ຫໍພັກທີ່ມີແອ ແລະກຸ່ມທີ່ 2 ພັກຢູ່ໃນຫ້ອງທີ່ບໍ່ມີແອຈາກນັ້ນຈຶ່ງໃຫ້ນັກສຶກສາ ທັງສອງກຸ່ມເຮັດແບບທົດລອງປະເມີນພາວະສະໝອງ ເສື່ອມພົບວ່ານັກສຶກສາທີ່ຢູ່ໃນຫ້ອງພັກທີ່ມີແອມີຄະແນນໃນເກນປົກກະຕິທຽບເທົ່າກັບຜູ້ທີ່ບໍ່ໄດ້ມີອາການສະໝອງ ເສື່ອມແຕ່ນັກສຶກສາຢູ່ໃນຫໍພັກທີ່ບໍ່ມີແອມີຄະແນນທຽບເທົ່າກັບຜູ້ທີ່ມີອາການບົ່ງບອກວ່າ ເຂົ້າຂ່າຍສະໝອງເສື່ອມຈຶ່ງສະຫຼຸບໄດ້ວ່າອາກາດຮ້ອນສົ່ງຜົນຕໍ່ຂະບວນການຄິດ ແລະປະສິດທິພາບຂອງການເຮັດວຽກຂອງສະໝອງ.