ເມືອງພຽງກັກເປົ້າໝາຍມີຢາບ້າເກືອບ 8 ພັນເມັດ

  ໃນວັນທີ 26 ເມສາຜ່ານມາ, ເຈົ້າໜ້າທີ່ຕໍາຫຼວດສະກັດກັ້ນ ແລະຕ້ານຢາເສບຕິດ ປກສ ເມືອງພຽງ ແຂວງໄຊຍະບູລີ ໄດ້ສືບຮູ້ແຫຼ່ງຂ່າວຕໍ່ກັບເປົ້າໝາຍ ພວມເຄື່ອນໄຫວຄ້າຂາຍຢາເສບຕິດ (ຢາ ບ້າ) ຢູ່ເຂດບ້ານນໍ້າສົງ ເມືອງພຽງ ຈາກນັ້ນ, ທາງເຈົ້າໜ້າທີ່ວິຊາສະເພາະຈິ່ງໄດ້ນໍາກໍາລັງລົງແກ້ໄຂເຂົ້າກັກຕົວເປົ້າ ໝາຍທີ່ຕ້ອງສົງໄສຄື: ທ້າວ ຈົວຊົງລີ ອາຍຸ 60 ປີ ປະຊາຊົນບ້ານນໍ້າສົງ ພົບເຫັນວັດຖຸຂອງກາງຢາບ້າ 3.923 ເມັດ ຢູ່ໃນກະເປົ້າພາຍຈາກນັ້ນທາງເຈົ້າໜ້າ ທີ່ຈິ່ງໄດ້ນໍາຕົວມາສືບ ສວນ-ສອບສວນ.

  ໃນເວລາຕໍ່ມາຂອງວັນດຽວກັນກໍສາມາດຂະຫຍາຍຜົນຫາກຸ່ມແກ້ງຮ່ວມຂະບວນການດຽວກັນໄດ້ກັກຕົວ ທ້າວ ເຕັງເຮີ ອາຍຸ 24 ປີ ປະຊາຊົນບ້ານນໍ້າສົງ ເມືອງພຽງ ແລະ ທ້າວ ປໍຈົວ ເຮີ ອາຍຸ 20 ປີ ປະຊາຊົນບ້ານລາວສະໂນ ເມືອງຊຽງຮ່ອນ ທັງສອງຄົນໄດ້ຂີ່ລົດຈັກຮັບ-ສົ່ງຢາເສບຕິດຢູ່ເຂດບ້ານນໍ້າສົງເຈົ້າ ໜ້າທີ່ໄດ້ກວດຄົ້ນພົບເຫັນຂອງກາງຢາບ້າຈໍານວນ 4 ພັນເມັດ ພ້ອມເງິນບາດຈໍານວນ 147 ແສນບາດປະມານ 36,75 ລ້ານກີບ ປະລັກແຂນສີເຫຼືອງຄ້າຍຄໍາ 1 ເສັ້ນ, ໂທລະສັບມືຖື 1 ໜ່ວຍ ແລະລົດຈັກຮອນດາເວບ 125 ສີ ຟ້າອ່ອນ 1 ຄັນ ບໍ່ມີໝາຍເລກທະບຽບມາດໍາເນີນຄະດີຕາມລະບຽບກົດ ໝາຍ.

ພາບ ແລະຂ່າວໂດຍ: ໜັງສືພິມເສດຖະກິດ-ສັງຄົມ