ມອບຄ່າຊົດເຊີຍໃຫ້ເຈົ້າຂອງຊັບ

  ໃນວັນທີ 21 ພຶດສະພາ 2019 ຜ່ານມານີ້ ເຈົ້າໜ້າທີ່ຕຳຫຼວດພະແນກສືບສວນ-ສອບສວນ ປກສ ແຂວງວຽງຈັນ ໄດ້ມອບເງິນຊົດເຊີຍຄ່າເສຍຫາຍທີ່ ທ້າວ ແດນນຽວ ສະຕິເວັນ ວອັກເກີ ອາຍຸ 34 ປີ ສັນຊາດອາເມລິກາທີ່ລວງລະເມີດເຄຫະສະຖານ ແລະທໍາລາຍຊັບສິນໃນຄັ້ງວັນທີ 23 ກຸມພາ 2019 ທີ່ບ້ານວັງຄີ ເມືອງຫີນເຫີບ ແຂວງວຽງຈັນ ເຄື່ອງຂອງທີ່ຖືກທໍາລາຍໃນຄັ້ງນີ້ມີເຮືອນ, ເຄື່ອງດື່ມ ແລະເຄື່ອງຂອງອື່ນໆອີກຈໍານວນໜຶ່ງ, ລວມມູນຄ່າຈໍານວນ 3,500,000 ກີບ, ຊຶ່ງເງິນດັ່ງກ່າວນີ້ແມ່ນເຈົ້າໜ້າທີ່ໄດ້ຮິບໂຮມນໍາ ທ້າວ ແດນນຽວ ສະຕິເວັນ ວອັກເກີ ແລະໄດ້ເກັບຮັກສາໄວ້ສະນັ້ນມາໃນວັນທີ 21 ພຶດ ສະພາ 2019 ຜ່ານມານີ້ເຈົ້າໜ້າທີ່ພະແນກສືບສວນ-ສອບສວນຫ້ອງຕໍາຫຼວດ ປກສ ແຂວງວຽງຈັນ ໄດ້ນໍາເອົາເງິນຈໍານວນດັ່ງກ່າວມອບໃຫ້ເຈົ້າຂອງຊັບເປັນທີ່ຮຽບຮ້ອຍແລ້ວຕາງໜ້າມອບໂດຍທ່ານ ພັທ ລີປ່າວ ຍົ້ວ ວ່າງລີ ຮອງຫົວໜ້າພະແນກສືບສວນ-ສອບສວນຫ້ອງຕໍາຫຼວດ ປກສ ແຂວງວຽງຈັນ ຕາງ ໜ້າຮັບໂດຍ ທ່ານ ອາມອນຈັນສີ ສະອາດ ອາຊີບພະນັກງານຢູ່ບ້ານວັງຄີ ເມືອງຫີນເຫີບ ແຂວງວຽງຈັນ ໂດຍຊ່ອງໜ້າພະນັກງານ-ນັກຮົບ ແລະເຈົ້າຂອງຊັບເຂົ້າຮ່ວມເປັນສັກຂີພິຍານ

  ຈາກນັ້ນຕາງໜ້າເຈົ້າຂອງຊັບໄດ້ສະແດງຄວາມຂອບອົກຂອບໃຈຕໍ່ເຈົ້າໜ້າທີ່ຕຳຫຼວດ ປກສ ແຂວງວຽງຈັນ ທີ່ໄດ້ເອົາໃຈໃສ່ໃນການຕິດຕາມຫາເປົ້າໝາຍ ຄົນບໍ່ດີເຄື່ອນໄຫວທໍາລາຍຊັບພົນລະເມືອງທີ່ສ້າງຄວາມບໍ່ສະຫງົບ ແລະ ຄວາມບໍ່ເປັນລະບຽບຮຽບຮ້ອຍໃຫ້ແກ່ສັງຄົມ, ສາມາດຈັບຕົວຜູ້ຖືກຫາມາດຳເນີນຄະດີຕາມລະບຽບກົດໝາຍຂອງ ບ້ານເມືອງ ແລະສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານມາຍັງເຈົ້າໜ້າທີ່ຕຳຫຼວດ ປກສ ແຂວງ ທີ່ໃຫ້ຄວາມຊ່ວຍເຫຼືອຢ່າງເອົາຈິງເອົາຈັງ.

  ທ່ານ ພັທ ລີປ່າວ ຍົ້ວວ່າງລີ ຮອງຫົວໜ້າພະແນກສືບສວນ-ສອບສວນຫ້ອງຕໍາຫຼວດ ປກສ ແຂວງວຽງຈັນ ຍັງໄດ້ຮຽກຮ້ອງໃຫ້ພະນັກງານ, ທະຫານ-ຕໍາຫຼວດ, ພໍ່ແມ່ປະຊາຊົນບັນດາເຜົ່າຈົ່ງມີສະຕີຮັກສາເຄື່ອງຂອງມີຄ່າໄວ້ໃຫ້ດີເພື່ອບໍ່ໃຫ້ກຸ່ມຄົນບໍ່ດີສວຍໃຊ້ໂອກາດສ້າງຄວາມບໍ່ສະຫງົບໃນສັງຄົມພ້ອມທັງເປັນຫູເຫັນຕາຊ່ວຍເຈົ້າໜ້າທີ່ຕຳຫຼວດໃນການສະກັດກັ້ນຕ້ານປະກົດການຫຍໍ້ທໍ້ທີ່ອາດຈະເກີດຂຶ້ນໃນຕໍ່ໜ້າໃຫ້ທັນເວລາ.

ພາບ ແລະຂ່າວໂດຍ: ໜັງສືພິມເສດຖະກິດ-ສັງຄົມ