ສະຫວັນນະເຂດ ເຜີຍແຜ່ການຄຸ້ມຄອງການປຸກສ້າງພາຍໃນຕົວເມືອງ

 ການປຸກສ້າງອາຄານຕ່າງໆ ພາຍໃນແຂວງສະຫວັນນະເຂດບໍ່ສາມາດປະຕິບັດໄດ້ຕາມໃຈຕ້ອງໄດ້ດຳເນີນໄປຕາມລະບຽບຫຼັກການຢ່າງເຄັ່ງຄັດພາຍຫຼັງທີ່ທ່ານເຈົ້າແຂວງສະຫວັນນະເຂດໄດ້ອອກຂ້ໍຕົກລົງວ່າດ້ວຍການຄຸ້ມຄອງການປຸກສ້າງພາຍໃນແຂວງທັງນີ້້ກໍເພື່ອແນໃສ່ເຮັດໃຫ້ການກໍ່ສ້າງຕ່າງໆພາຍໃນຕົວເມືອງຂອງແຂວງມີຄວາມເປັນລະບຽບຮຽບຮ້ອຍ, ຈົບງາມ ແລະຖືກຕ້ອງສອດຄ່ອງກັບລະບຽບການທີ່ວາງໄວ້.

  ວັນທີ 17 ພຶດສະພາ 2019 ທີ່ຫ້ອງປະຊຸມພະແນກໂຍທາທິການ ແລະຂົນສົ່ງແຂວງໄດ້ຈັດພິທີເຜີຍແຜ່ຂໍ້ຕົກລົງຂອງທ່ານເຈົ້າ ແຂວງສະຫວັນນະເຂດວ່າດ້ວຍການຄຸ້ມຄອງການປຸກສ້າງພາຍໃນ ແຂວງສະຫວັນນະເຂດໃຫ້ບັນດາພະແນກການ, ຜູ້ຊີ້ນຳ 5 ກຸ່ມບ້ານ ແລະອຳນາດການປົກຄອງ 32 ບ້ານພາຍໃນເທສະບານນະຄອນ ໄກສອນພົມວິຫານ ໂດຍການເປັນປະທານຮ່ວມຂອງທ່ານ ປະສົງສິນ ຈະເລີນສຸກ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງ, ທ່ານ ຄຳດີ ສຸວັນນະສານ ຄະນະປະຈຳສະພາປະຊາຊົນແຂວງ, ທ່ານ ສີສະຫວາດ ເພັງທະລັງສີ ຕາງໜ້າພະແນກຍຸຕິທຳແຂວງ.

  ຊຶ່ງຂໍ້ຕົກລົງຂອງທ່ານເຈົ້າແຂວງກ່ຽວກັບການຄຸ້ມຄອງການປຸກສ້າງພາຍໃນແຂວງສະຫວັນນະເຂດໄດ້ຜ່ານການຮັບຮອງເອົາຈາກສະພາປະຊາຊົນແຂວງສະ ຫວັນນະເຂດຄັ້ງວັນທີ 18 ສິງຫາ 2018 ໃນນັ້ນລວມມີ 10 ໝວດ 47 ມາດຕາ ຊຶ່ງຂໍ້ຕົກລົງດັ່ງກ່າວນີ້ແມ່ນໄດ້ກຳນົດຫຼັກການ, ລະບຽບການ ແລະ ມາດຕະການກ່ຽວກັບການຄຸ້ມຄອງ, ຕິດຕາມ, ກວດກາວຽກງານປຸກສ້າງເພື່ອເຮັດໃຫ້ວຽກງານດັ່ງກ່າວມີປະສິດທິພາບ, ປະສິດທິຜົນແນໃສ່ຄົ້ນຄວ້າພິຈາລະນາອອກອະນຸຍາດ ແລະຢັ້ງຢືນຄວາມຖືກຕ້ອງຂອງການປຸກສ້າງພາຍໃນຂອບເຂດຕົວເມືອງນະຄອນໄກສອນພົມວິຫານ ແລະ ຕົວເມືອງຂອງເມືອງຕ່າງໆພາຍ ໃນແຂວງສະຫວັນນະເຂດ ໃຫ້ມີຄວາມສະດວກວ່ອງໄວ, ສອດຄ່ອງກັບແຜນຜັງຕົວເມືອງ ແລະ ຮັບປະກັນໃຫ້ຕົວເມືອງມີຄວາມເປັນລະບຽບຮຽບຮ້ອຍສວຍ ງາມ, ມີເອກະລັກ, ໜ້າຢູ່ ແລະຍືນຍົງ.

 ການຄຸ້ມຄອງການປຸກສ້າງແມ່ນການເຄື່ອນໄຫວສຳຫຼວດເກັບກຳຂໍ້ມູນເພື່ອການອະນຸຍາດ ຫຼື ບໍ່ອະນຸຍາດຕໍ່ສິ່ງປຸກສ້າງທຸກປະເພດ,ຕິດຕາມກວດກາ,ຄວບ ຄຸມ ແລະແນະນຳການຈັດຕັ້ງປະຕິບັດການປຸກສ້າງ, ການກໍ່ສ້າງ, ສ້ອມແປງ, ຮື້ຖອນ ແລະການທັບມ້າງທັງໝົດຂອງອາຄານເພື່ອກໍ່ສ້າງຄືນໃໝ່ໃຫ້ດຳເນີນໄປຢ່າງຖືກຕ້ອງ, ສອດຄ່ອງຕາມແຜນຜັງເມືອງ ແລະລະບົບການຕ່າງໆ ທີ່ກ່ຽວຂ້ອງ.

 ລະດັບຂອງການປຸກສ້າງຖືກແບ່ງອອກເປັນ 2 ລະດັບ ໂດຍອີງໃສ່ເນື້ອທີ່, ຄວາມສູງ ແລະຜູ້ອາໄສອ້ອມຂ້າງດັ່ງນີ້: ລະດັບທີ 1 ການຂຸດດິນ ຫຼື ຖົມດິນເພື່ອການປຸກສ້າງບໍລິມາດໃຊ້ສອຍ ຫຼືເນື້ອທີ່ລວມບໍ່ເກີນ 1 ພັນແມັດກ້ອນ, ການສ້ອມແປງ, ດັດແປງ, ປ່ຽນແປງການນຳໃຊ້ເນື້ອທີ່ໃຊ້ສອຍລວມບໍ່ເກີນ 1 ພັນຕາແມັດ ຄວາມສູງຈາກໜ້າດິນບໍ່ເກີນ 15 ແມັດ. ສ່ວນການຕິດຕັ້ງປ້າຍໂຄສະນາໜ້າຮ້ານ, ການກໍ່ສ້າງໃໝ່ອາຄານກໍ່ສ້າງທຸກປະເພດ, ອຸດສາຫະກຳປະ ເພດ 3 ແລະຮົ້ວທຸກປະເພດເນື້ອທີ່ໃຊ້ສອຍລວມບໍ່ເກີນ 1 ພັນຕາແມັດ ຄວາມສູງບໍ່ເກີນ 15 ແມັດ ແລະປໍ້ານໍ້າມັນເນື້ອທີ່ລວມພາຍໃນ ຫຼື ບໍລິມາດບໍ່ເກີນ 5 ພັນລິດ.

  ລະດັບທີ 2 ການຂຸດດິນ ຫຼື ຖົມດິນເພື່ອການປຸກສ້າງບໍລິມາດເກີນ 1 ພັນແມັດກ້ອນ, ການສ້ອມແປງໃຫຍ່ດັດແປງປ່ຽນແປງການນຳໃຊ້ບໍລິມາດເນື້ອທີ່ໃຊ້ສອຍເກີນ 1 ພັນຕາແມັດ ຄວາມສູງຈາກໜ້າດິນບໍ່ຈຳກັດ; ການຕິດຕັ້ງປ້າຍໂຄສະນາຂະໜາດໃຫຍ່ຕາມເສັ້ນທາງ, ເສົາອາກາດ, ເສົາໄຟຟ້າ, ທໍ່ນໍ້າປະປາ, ເສົາໂທລະສັບ; ການກໍ່ສ້າງໃໝ່ອາຄານກໍ່ສ້າງທຸກປະເພດ, ການກໍ່ສ້າງທຸກປະເພດ, ກິດຈະການຂະໜາດກາງ ແລະໃຫຍ່, ອຸດສາຫະກຳປະເພດ 1 ແລະ 2 ເນື້ອທີໃຊ້ສອຍລວມເກີນ 1 ພັນຕາແມັດ ແລະປໍ້ານໍ້າມັນເນື້ອທີ່ລວມພາຍໃນ ຫຼື ບໍລິມາດ 10 ພັນຫາ 1 ແສນລິດ.      

ພາບ ແລະຂ່າວໂດຍ: ໜັງສືພິມເສດຖະກິດ-ສັງຄົມ