ວິທີຕື່ນເຊົ້າແບບສົດຊື່ນແຈ່ມໃສ

 ຕື່ນເຊົ້າແບບສົດຊື່ນຈະ ເຮັດໃຫ້ທ່ານມີມື້ດີໆທີ່ມີຄວາມສົດຊື່ນຢູ່ກັບທ່ານຕະຫຼອດມື້ແຕ່ຫຼາຍຄົນພັດມີມື້ເຊົ້າທີ່ອ່ອນເພຍບໍ່ສົດຊື່ນກັບຄວາມຮູ້ສືກເພຍໆເໝື່ອຍໆຊັ້ນມາປ່ຽນການຕື່ນນອນຂອງທ່ານ ດ້ວຍ 5 ວິທີ ຕໍ່ໄປນີ້.

  1. ຕື່ນຂຶ້ນຮັບແສງຫວ່າງ ຍາມເຊົ້າ:ມີການສືກສາພົບວ່າຖ້າ ຮ່າງກາຍໄດ້ສຳພັດກັບແສງສະ ຫວ່າງເປັນເວລ 30 ນາທີເມື່ອຕື່ນ ຈະເປັນການປຸກຮ່າງກາຍໃຫ້ເລີ່ມ ວົງຈອນເຮັດວຽກເພື່ອປຸກຮ່າງກາຍໃຫ້ສົດຊື່ນຈຶ່ງແນະນຳໃຫ້ຕື່ນ ຂຶ້ນຮັບແສງສະຫວ່າງຍາມເຊົ້າ.
  2. ປຸກດ້ວຍສຽງທີ່ແຕກຕ່າງ:ລອງປ່ຽນໄປໃຊ້ໂມງປຸກທີ່ມີສຽງ ຕ່າງໆກັນເບິ່ງເຊັ່ນ:ສຽງນົກຮ້ອງ,ສຽງປ່າ,ສຽງນໍ້າຕົກຈະຊວນໃຫ້ ຕື່ນຫຼາຍກວ່າໂມງປຸກທີ່ສຽງລື້ງຫູມາເປັນປີແຕ່ຖ້າຈະໃຫ້ດີຂຶ້ນການຝືກສະມາທິກ່ອນນອນ ແລະປຸກ ຕົວເອງໄດ້ຈະດີທີ່ສຸດ.
  3. ເຄື່ອນໄຫວຮ່າງກາຍ: ກິດ ຈະກຳຍາມເຊົ້າຈະສົ່ງສັນຍານໄປ ທີ່ສະໝອງວ່າຮອດເວລາມື້ໃໝ່ ແລ້ວຕື່ນມາແລ້ວຢ່າລືມນັ່ງເປີດຂ່າວລອງຟັງເພງປ໋ອບຈັກເພງໜຶ່ງ ຈະຊ່ວຍໃຫ້ທ່ານຮູ້ສືກຄຶກຄັກຈົນ ຢາກເຕັ້ນລຳ ຫຼື ຈະອອກກຳລັງກາຍດ້ວຍການເຕັ້ນຫຼືໂຍຄະຈັກໜ້ອຍກໍໜ້າຈະດີ.
  4. ຫຼໍ່ລ້ຽງຮ່າງກາຍໃຫ້ຖືກ ທາງ: ຫຼັງຈາກຕື່ນຄາວໜຶ່ງໃຫ້ດື່ມ ນໍ້າອຸ່ນ ຫຼື ຊາສະມຸນໄພທີ່ໃຫ້ກີ່ນສົດ ຊື່ນເພື່ອປຸກລະບົບຍ່ອຍຂອງຮ່າງ ກາຍວ່າໄດ້ເລີ່ມມື້ໃໝ່ແລ້ວແຕ່ຢ່າ ຟ້າວກີນອາຫານເຊົ້າໄວເກີນໄປ ໃຫ້ຖ້າຈົນຮູ້ສືກຢາກກ່ອນເພາະ ເຕີມອາຫານເຂົ້າໄປໄວເກີນໄປຮ່າງກາຍຍັງບໍ່ຕ້ອງການຈະເປັນ ການເຮັດໃຫ້ຮ່າງກາຍເຮັດວຽກ ໜັກກັບການຍ່ອຍຈົນບໍ່ຄຶກຄັກເທົ່າທີ່ຄວນ.
  5. ຮຽບຮຽງໂດຍ: ແກ້ວ