ສະຫຼົດ!! ເຫດລົດຈັກຕຳທ້າຍລົດໃຫ່ຍ ເສຍຊີວິດຄາທີ່1 ຄົນ

  ໃນວັນທີ 23.5.2019 ເວລາ ປະມານ 21:15 ໜ່ວຍກູ້ຊີບອົງການກາແດງແຂວງວຽງຈັນ ໄດ້ຮັບແຈ້ງເຫດຈາກປະຊາຊົນຜ່ານເຂົ້າເບີ 023 1625 ວ່າມີອຸບັດຕິເຫດຂັບຂີ່ລົດຈັກຕຳທ້າຍລົດໃຫຍ່ຢູ່ບ້ານນາຊ່າງເຫຼັກ ເມືອງທຸລະຄົມ ແຂວງວຽງຈັນ.

  ເມື່ອໜ່ວຍກູ້ຊີບອົງການກາແດງແຂວງວຽງຈັນໄປຮອດສະຖານທີ່ເກີດເຫດໄດ້ອອກກວດສອບເຫດພົບເຫັນວ່າມີຜູ້ເສຍຊີວິດຄາທີ່ 1 ຄົນ ເປັນເພດຊາຍ ອາຍຸປະມານ 27 ປີ ບ້ານນາໜາກ ເມືອງທຸລະຄົມ ແຂວງວຽງຈັນ.

 ດັ່ງນັ້ນໜ່ວຍກູ້ຊີອົງການກາແດງແຂວງວຽງຈັນ ໄດ້ໃຫ້ການຫໍ່ສົບກັບຜູ້ເສຍຊີວິດແລ້ວນຳສົ່ງສົບຜູ້ເສຍຊີວິດໄປທີ່ວັດບ້ານນາໜາກ ເມືອງທຸລະຄົມ ເພື່ອໃຫ້ຍາດພີ່ນອ້ງຂອງຜູ້ເສຍຊີວິດທຳພິທີທາງສາສະຫນາ.

#ອຸບັດຕິເຫດ&ເຈັບ-ປວ່ຍສຸກເສີນ ໂທແຈ້ງ:023 1625 ; 0304555114