ຢູ່ເຊກອງສາມາດຈ່າຍຄ່ານໍ້າປະປາຜ່ານ ທສກ

  ພິທີເຊັນສັນຍາຮ່ວມທຸລະກິດການຊໍາລະຄ່ານໍ້າປະປາຜ່ານທະນາຄານລະ ຫວ່າງທ່ານ ບຸນເຫຼືອ ສີລິພັນ ອໍານວຍການລັດວິສາຫະກິດນໍ້າປະປາແຂວງເຊກອງ ແລະທ່ານ ສີໜຸກ ບຸດສິງທອງ ຫົວໜ້າທະນາຄານສົ່ງເສີມກະສິກໍາ (ທສກ) ສາຂາ ແຂວງເຊກອງໄດ້ມີຂຶ້ນໃນວັນທີ 22 ພຶດສະພາ 2019 ທີ່ ທສກ ສາຂາແຂວງເຊກອງ ໂດຍມີຄະນະພັກ, ຄະນະສາຂາ, ຄະນະ ອໍານວຍການ ແລະວິຊາການກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

 ທ່ານ ສີໜຸກ ບຸດສິງທອງ ຫົວໜ້າ ທສກ ສາຂາເຊກອງ ກ່າວວ່າ: ການ ເຊັນສັນຍາຮ່ວມມືທຸລະກິດລະຫວ່າງ ລັດວິສາຫະກິດນໍ້າປະປາ ແລະທະນາຄານສົ່ງເສີມກະສິກໍາສາຂາເຊກອງຄັ້ງ ນີ້ແມ່ນມີຄວາມຫມາຍຄວາມສໍາຄັນ ຊຶ່ງ ເປັນການຍົກລະດັບການບໍລິການໄປສູ່ ຄຸນນະພາບໃໝ່ທີ່ມີຄວາມທັນສະໄໝ ແລະວ່ອງໄວທັນໃຈ, ພ້ອມນັ້ນ ກໍຍັງເປັນ ການອໍານວຍຄວາມສະດວກໃຫ້ອົງການ ຈັດຕັ້ງລັດ, ພະນັກງານ-ລັດຖະກອນ ແລະປະຊາຊົນບັນດາເຜົ່າ ກໍຄືລູກຄ້າຂອງ ລັດວິສາຫະກິດນໍ້າປະປາໄດ້ຊໍາລະຄ່ານໍາໃຊ້ນໍ້າປະປາຜ່ານປ່ອງບໍລິການຂອງ  ທສກ ແລະຊ່ອງທາງຂອງລະບົບເອເລັກ ໂທນິກເຊັ່ນ: Mobile banking; ATM ແລະອື່ນໆໃນຮູບແບບເງິນສົດ-ເງິນໂອນ.

 ຂະນະທີ່ທ່ານ ບຸນເຫຼືອ ສີລິພັນ ອໍາ ນວຍການລັດວິສາຫະກິດນໍ້າປະປາ ແຂວງເຊກອງ ໄດ້ກ່າວວ່າ: ຜ່ານມາ ລັດວິສາຫະກິດນໍ້າປະປາແຂວງເຊກອງ ໄດ້ເຊັນສັນຍາຮ່ວມທຸລະກິດຊໍາລະຄ່ານໍາໃຊ້ນໍ້າປະປາກັບ 2 ທະນາຄານຄື: ທະນາຄານການຄ້າຕ່າງປະເທດລາວມະຫາຊົນສາຂາແຂວງເຊກອງ ແລະທະນາຄານພັດທະ ນາລາວສາຂາແຂວງເຊກອງ ຊຶ່ງຄັ້ງນີ້ ກໍເປັນຄັ້ງທີສາມເຊື່ອແນວ່າ ທສກ ຈະໄດ້ເອົາໃຈໃສ່ປະຕິບັດຕາມຂໍ້ກໍາ ນົດສັນຍາທີ່ກໍານົດໄວ້ ເພື່ອເຮັດໃຫ້ລູກຄ້າຜູ້ໃຊ້ບໍລິການມີຄວາມສະດວກສະບາຍ, ວ່ອງໄວ, ທັນໃຈ ແລະສາມາດກວດສອບໄດ້.

ພາບ ແລະຂ່າວໂດຍ: ໜັງສືພິມເສດຖະກິດ-ສັງຄົມ