ໄຊຍະບູລີ ຈັດງານຕະຫຼາດນັດແຮງງານ

  ງານຕະຫຼາດນັດແຮງງານຄັ້ງທີ I ຂອງແຂວງໄຊຍະບູລີໄດ້ຈັດຂຶ້ນເມື່ອວັນທີ 24 ພຶດສະພາ 2019 ທີ່ເດີ່ນທະນາຄານພົງສະຫວັນ ໂດຍເຂົ້າຮ່ວມມີ ທ່ານ ເພັງນິລັນ ຄໍາພັນເພັງ ຮອງເຈົ້າແຂວງໄຊຍະບູລີ, ທ່ານນາງ ແພງຈັນ ແກ້ວມະນີວົງ ຫົວໜ້າພະແນກແຮງງານ ແລະສະຫວັດດີການ-ສັງຄົມ ແຂວງ, ມີຕາ ງໜ້າທະນາຄານພັດທະນາອາຊີ, ມີບັນດາບໍລິສັດຈັດຫາງານ, ມີພະນັກງານຫຼັກແຫຼ່ງ ອ້ອມຂ້າງແຂວງ, ມີນັກຮຽນ-ນັກສຶກສາເຂົ້າຮ່ວມ 500 ກວ່າຄົນ.

   ທ່ານ ເພັງນິລັນ ຄໍາພັນເພັງ ກ່າວເປີດງານວ່າ: ງານຄັ້ງນີ້ຈັດຂຶ້ນເພື່ອເປັນການສ້າງໂອກາດໃຫ້ຜູ້ທີ່ຕ້ອງການມີວຽກເຮັດງານທໍາໄດ້ເຂົ້າເຖິງການຈ້າງງານ ແລະ ບັນດາຫົວໜ່ວຍແຮງງານທີ່ມີ ຄວາມຕ້ອງການແຮງງານ, ສາ ມາດຄັດເລືອກເອົາແຮງງານທີ່ມີຄວາມເໝາະສົມກັບຕໍາແໜ່ງງານ, ນອກນີ້ຍັງເປັນການສ້າງ ເງື່ອນໄຂໃຫ້ກັບຜູ້ອອກແຮງງານ ທີ່ຕ້ອງການພັດທະນາສືມືແຮງ ງານໄດ້ເຂົ້າເຖິງການສືກສາຢູ່ບັນ ດາສະຖາບັນການຝຶກວິຊາຊີບ ແລະສູນອົບຮົມ

ຕ່າງໆ, ເພື່ອພັດທະນາຄວາມຮູ້, ຄວາມສາມາດໄປຄຽງຄູ່ກັບຄວາມຕ້ອງການຂອງຕະຫຼາດແຮງງານແນໃສ່ເຮັດໃຫ້ອັດຕາການຫວ່າງງານ ແລະ ການເຄື່ອນຍ້າຍແຮງງານໄປ ຕ່າງປະເທດແບບບໍ່ຖືກຕ້ອງໃຫ້ ຫຼຸດລົງເທື່ອລະກ້າວ, ເປັນການເປີດ ກວ້າງດ້ານຂໍ້ມູນຂ່າວສານຕະຫຼາດແຮງງານ, ເຮັດໃຫ້ກໍາລັງແຮງໄດ້ ເຂົ້າເຖິງການມີວຽກເຮັດງານທໍາທີ່ ມີຄຸນຄ່າ ແລະເປັນທໍາ, ທັງເປັນ ການສ້າງໂອກາດໃຫ້ກໍາລັງແຮງ ງານທີ່ຕ້ອງການວຽກເຮັດງານທໍາ ແລະຫົວໜ່ວຍແຮງງານຕ່າງໆໄດ້ພົບປະ, ປຶກສາຫາລືກັນກ່ຽວກັບການຮັບສະມັກງານ ແລະການພັດທະນາສີມືແຮງງານທີ່ສອດຄ່ອງກັບຄວາມຕ້ອງການຂອງຕະຫຼາດແຮງງານ, ໃນງານດັ່ງກ່າວ ຍັງໄດ້ມີການຕັ້ງບຸດຂອງການ ບໍລິການຈັດຫາງານ, ມີຫົວໜ່ວນ ທຸລະກິດ, ຫົວໜ່ວຍການຜະລິດ, ການບໍລິການ ແລະບັນດາບໍລິສັດຈັດຫາງານເພື່ອຄອຍບໍລິການໃຫ້ຄໍາແນະນໍາຂັ້ນຕອນການສະໝັກງານ, ການຂຶ້ນທະບຽນ, ການສໍາພາດ ແລະການເຮັດສັນຍາແຮງງານ, ໃຫ້ການແນະນໍາກ່ຽວກັບສິດ, ພັນທະຂອງຜູ້ປະກັນຕົນ ແລະມີການວາງສະແດງສິນຄ້າຫັດຖະກໍາ, ຜະລິດຕະພັນກະສິກໍາ,  ຜະລິດຕະພັນພູມປັນຍາຂອງຊາວບ້ານ ແລະອື່ນໆ.

  ຫົວໜ້າພະແນກແຮງງານ ແລະ ສະຫວັດດີການ-ສັງຄົມແຂວງໄດ້ກ່າວວ່າ:ການງານຄັ້ງນີ້ມີບໍລິສັດຈັດຫາງານ,ຫົວໜ່ວຍທຸລະກິດ ຫຼື ຫົວໜ່ວຍແຮງງານ 15 ຫົວໜ່ວຍ ເພື່ອຮັບເອົາພະນັກງານຢູ່ກັບທີ່, ມີຫຼາຍກວ່າ 20 ຕໍາແໜ່ງງານໃຫ້ເລືອກ, ຊຶ່ງມີຄວາມຕ້ອງການແຮງງານ 200 ກວ່າຄົນ ແລະພາຍຫຼັງສໍາເຮັດງານຈະມີຜູ້ບັນຈຸໄດ້ເຂົ້າເຮັດວຽກນໍາບັນດາຫົວໜ່ວຍແຮງງານຢ່າງນ້ອຍ 100 ຄົນ.

ພາບ ແລະຂ່າວໂດຍ: ໜັງສືພິມເສດຖະກິດ-ສັງຄົມ