ຫວຽດນາມເລີ່ມໃຊ້ພະລັງງານໝູນວຽນຜະລິດ ໄພຟ້າ

ສສ ຫວຽດນາມເລີ່ມຊຸກຍູ້ນໍາໃຊ້ພະລັງງານໝູນວຽນຜະລິດກະແສໄຟຟ້າ ເຖິງແມ່ນວ່າຖ່ານຫີນຍັງເປັນ1 ຊຶ່ງອະນາຄົດຄາດວ່າຈະນໍາເຂົ້າເຖິງ 100 ລ້ານໂຕນ.

ຕາມຂ່າວຕ່າງປະເທດລາຍງານວ່າຫວຽດນາມກາຍເປັນພື້ນ ທີ່ີໆໜ້າຈັບຕາສຳລັບນັກລົງທຶນດ້ານພະລັງງານອາດມີການລົງທຶນຫຼາຍເຖິງ 150 ຕື້ໂດລາສະຫະ ລັດໃນໄລຍະ 10 ປີຕໍ່ໜ້າ ເພື່ອຕອບສະໜອງຄວາມຕ້ອງການດ້ານພະລັງງານທີ່ເພີ່ມສູງຂຶ້ນຂອງປະເທດໃນຂະນະທີ່ການຜະລິດພະລັງງານຈາກຖ່ານຫີນຍັງເປັນແຫຼ່ງພະລັງ ງານຕົ້ນຕໍ ເຖິງແມ່ນວ່າຈະມີສັນຍານຂອງຄວາມພະຍາຍາມຂອງລັດຖະບານທີ່ຈະຮັກສາສິ່ງແວດລ້ອມ,ດ້ວຍຈຳນວນປະຊາກອນທີ່ກຳລັງຈະເຖິງ100 ລ້ານຄົນແລະການເຕີບໂຕຂອງຈີດີພີຕໍ່ປີປະມານ 7% ເປັນທີ່ຄາດວ່າ ການ ຜະລິດພະລັງງານຂອງປະເທດຈໍາເປັນທີ່ຈະຕ້ອງເພີ່ມຂຶ້ນຈາກປະມານ 47.000 ເມກະວັດ ໃນປະຈຸ ບັນເປັນ 60.000 ເມກະວັດໃນປີ 2020 ແລະ 129.500 ເມກະວັດ ໃນປີ 2030.

ໃນໄລຍະ 4 ເດືອນຕົ້ນປີນີ້ການນໍາເຂົ້າຖ່ານຫີນຫວຽດນາມເພີ່ມຂຶ້ນຫຼາຍກວ່າ 2 ເທົ່າຈາກປີກ່ອນໜ້ານີ້ ທີ່ 13,34 ລ້ານໂຕນຕາມຂໍ້ມູນຂອງພາສີອາກອນຫວຽດນາມ.ຄາດວ່າການນໍາເຂົ້າຈະສູງເຖິງ 80-110 ລ້ານໂຕນໃນລະຫວ່າງປີ 2030-2040 ທຽບກັບຄວາມຕ້ອງການປະຈຸບັນຢູ່ທີ່ 63 ລ້ານ ໂຕນ.

ນສພ ເສດຖະກິດ-ສັງຄົມ