ລົດໄຟຕົ້ນແບບຈີນ ແລ່ນໄດ້ 600 ກິໂລແມັດຕໍ່ຊົ່ວໂມງ

ຈີນເປີດໂຕຂະບວນລົດໄຟ ແມັກເລຟຕົ້ນແບບຊຶ່ງສາມາດ ແລ່ນດ້ວຍຄວາມໄວສູງສຸດ 600 ກິໂລແມັດຕໍ່ຊົ່ວໂມງ ທີ່ເມືອງຊິງ ເຕົ່າທາງພາກຕາເວັນອອກໃນທ້າຍອາທິດທີ່ຜ່ານມາ.

ຕາມຂ່າວຕ່າງປະເທດລາຍງານວ່າການເປີດໂຕຕົ້ນແບບຂະບວນລົດໄຟແມັກເລຟຄວາມໄວສູງສຳລັບການທົດລອງຄັງນີ້ນັບເປັນ ຈຸດໝາຍຄວາມກ້າວໜ້າຂອງ ຂະບວນຂົນສົ່ງແມັກເລຟຄວາມໄວສູງຂອງຈີນ,ຕິງຊານຊານຫົວໜ້າທີມວິໄຈແລະພັດທະນາລົດໄຟດັ່ງກ່າວລະບຸວ່າລົດໄຟຕົ້ນແບບສາມາດກວດກາແລະປະຍຸກໃຊ້ ເຕັກໂນໂລຊີແລະອາໄລ່ລະບົບແກນກາງຂອງລະບົບແມັກເລຟຄວາມໄວສູງໄດ້, ປະຈຸບັນກຳ ລັງສ້າງສູນທົດລອງ ແລະສູນການຜະລິດລົດລຸ້ນໃໝ່ໂດຍກຳນົດການຜະລິດລົດໃນປີ 2020 ແລະທົດລອງນໍາໃຊ້ໃນປີ 2021.ຊຶ່ງການພັດທະນາລົດດັ່ງກ່າວເປັນໜຶ່ງໃນໂຄງການວິໄຈ 5 ປີລະຫວ່າງປີ 2016-2020 ຂອງກະຊວງວິທະຍາສາດແລະເຕັກໂນໂລຊີຈີນໃນ ການເພີ່ມຂີດຄວາມສາມາດດ້ານລະບົບຂົນສົ່ງ.

ຈີນເປັນປະເທດດຽວໃນໂລກ ທີ່ນໍາລົດໄຟຟ້າແມັກເລຟມາໃຊ້ດ້ານການຄ້າ ໂດຍຂົນສົ່ງຜູ້ໂດຍສານໃນນະຄອນຊຽງໄຮ້ໃນປີ 2003ແມັກເລຟໃນຊຽງໄຮ້ນີ້ເປັນເຕັກໂນໂລຊີທີ່ພັດທະນາ ແລະສ້າງຂຶ້ນໂດຍລັດຖະບານເຢຍລະ ມັນ ແລະກຸ່ມບໍລິສັດລວມທັງບໍລິສັດຊີເມນສ.

ພາບ ແລະຂາ່ວ ໂດຍ ເສດຖະກິດ-ສັງຄົມ