ໂຕໂຢຕ້າ ກຽມສາ້ງໂຮງງານຜະລີດລົດຢູ່ມຽນມາ

ໂຕໂຢຕ້າກຽມສ້າງໂຮງ ງານປະກອບລົດໃນເຂດເສດຖະ ກິດພິເສດຕິລາວາຂອງມຽນມາຮອງຮັບຄວາມຕ້ອງການໃນປະ ເທດທີ່ເພີ່ມສູງຂຶ້ນ.

ຕາມຂ່າວຕ່າງປະເທດລາຍງານໃນວັນທີ 26 ພຶດສະພາທີ່ຜ່ານມາວ່າ ບໍລິສັດໂຕໂຢຕ້າມໍເຕີຈະເລີ່ມສ້າງໂຮງງານປະກອບລົດຢູ່ມຽນ ມາໃນປີ 2019 ນີ້ ເພື່ອຕອບສະໜອງຄວາມຕ້ອງການລົດໃໝ່ທີ່ຂະຫຍາຍຕົວເພີ່ມຂຶ້ນຫຼັງຈາກທີ່ ການນໍາເຂົ້າລົດມືສອງຖືກຄວບຄຸມຢ່າງເຂັ້ມງວດຫຼາຍຂຶ້ນໃນປີ 2017 ທີ່ຜ່ານມາ ໂດຍຖະແຫຼງ ຂ່າວລະບຸວ່າ ໂຕໂຢຕ້າຈະລົງທຶນຫຼາຍພັນຕື້ເຢນໃນໂຮງງານປະ ກອບລົດກະບະໃນເຂດເສດຖະກິດ ຕິລາວາ ຊຶ່ງຕັ້ງຢູ່ນອກເມືອງຢາງ ກຸ້ງ.

ຢ່າງໃດກໍຕາມຍອດຂາຍລົດໃໝ່ໃນມຽນມາເພີ່ມຂຶ້ນສອງເທົ່າ ເປັນປະມານ 17.000 ຄັນໃນປີ 2018ທີ່ຜ່ານມາໂດຍປະຈຸບັນມີຫຼາຍບໍລິສັດເຊັ່ນ:ຊູຊູກິ ມໍເຕີ, ຟອດມໍເຕີແລະຮຸນໄດມໍເຕີ ເປີດໂຮງ ງານໃນມຽນມາແລ້ວ ເພື່ອຮອງຮັບຄວາມຕ້ອງການທີ່ເພີ່ມຂຶ້ນດັ່ງກ່າວວ່າ.

ພາບຂາ່ວໂດຍ ເສດຖະກິດ-ສັງຄົມ