ສູດເດັດຫຼຸດຄວາມຕຸ້ຍທັນໃຈ ເພາະກິນອາຫານໝາກໄມ້ 5 ຢ່າງນີ້

ຄວາມຕຸ້ຍບໍ່ແມ່ນພຽງແຕ່ເກີດມາຈາກການບໍ່ອອກກໍາລັງກາຍເທົ່ານັ້ນແຕ່ຍັງເກີດຈາກຮໍໂມນທີ່ບໍ່ສົມດຸນແລະນິໃສການກິນທີ່ບໍ່ຖືກຕ້ອງສະນັ້ນໃນຄໍລໍາສາລະໜ້າຮູ້ມື້ນີ້ພວກເຮົາມີສູດນໍ້າໝາກໄມ້ຫຼຸດຄວາມຕຸ້ຍມາຝາກ.

ສ່ວນປະສົມ:

  1. ໝາກແຕງ 1 ໜ່ວຍ.
  2. ຜັກເຊີລາລີ 1 ຕົ້ນ.
  3. ຂິງ 1 ຫົວ.
  4. ໝາກນາວ ຫຼື ໝາກກ້ຽງ 1 ໜ່ວຍ.
  5. ນໍ້າຜັກຊີຝຣັ່ງ 1 ຈອກ.

ວິທີເຮັດ:ນໍາເອົາສ່ວນປະສົມທັງໝົດລົງໃສ່ໃນເຄື່ອງປັ່ນໝາກໄມ້, ປັ່ນສ່ວນປະສົມທັງໝົດໃຫ້ເຂົ້າກັນແລະສາມາດດື່ມໄດ້ທັນທີດື່ມເຄື່ອງດື່ມນີ້ຫຼັງອາຫານແລະສາມາດດື່ມໄດ້ເຖິງ3 ຈອກຕໍ່ວັນ.

ຮຽບຮຽງໂດຍ: ຟ້າ