ອິບຢອງຮຸນຊື້ເຮືອນມູນຄ່າ 2 ລ້ານໂດລາ ຢູ່ອາເມລິກາ

ພະເອກ ສ ເກົາຫຼີທີ່ໂດງດັງໄປເຖິງອາເມລິກາຄືອິບຢອງຮຸນກໍໄດ້ຊື້ເຮືອນເປັນຂອງຕົນເອງ ເພາະບໍ່ຕ້ອງລໍາບາກເວລາທີ່ຕ້ອງຈາກເຮືອນໄປໂຄສະນາຜົນງານ ຮູບເງົາໃນຕ່າງແດນ.

ຕົ້ນສັງກັດຂອງພະເອກໜຸ່ມ ເປີດເຜີຍວ່າອິບຢອງຮຸນແລະອີມິນຈອງພັນລະຍາຂອງລາວໄດ້ຕັດສິນ ໃຈຊື້ເຮືອນຢູ່ເຂດ Universal Studios ຊຶ່ງເປັນບໍລິເວນສະຖານທີ່ທ່ອງທ່ຽວຍອດນິຍົມໃນລັດລອສ ແອງເຈລິສຂອງອາເມລິກາ ແລະມີມູນຄ່າສູງເຖິງ 2 ລ້ານໂດລາສະ ຫະລັດ. ອິບຢອງຮຸນເດີນທາງໄປອາເມລິກາເພື່ອໂຄສະນາຮູບເງົາ ພໍໆກັບຢູ່ ສ ເກົາຫຼີ ລາວເລີຍຕ້ອງການທີ່ຢູ່ອາໄສໃນອາເມລິການັ້ນ ຄືເຫດຜົນທີ່ລາວຕັດສິນໃຈຊື້ເຮືອນ ຢູ່ອາເມລິກາ.

ອິບຢອງຮຸນ ເດບິວໃນຖານະນັກສະແດງຮູບເງົາໃນປີ 2009 ດ້ວຍການສະແດງຮູບເງົາເລື່ອງ G.I.Joe:The Rise of Cobraຈາກນັ້ນລາວກໍມີຜົນງານອອກມາໃຫ້ເຫັນກັນເລື້ອຍໆບໍ່ວ່າຈະເປັນເລື່ອງ G.I.Joe: Retaliation, RED 2 ແລະTerminator Genisys ທັງນີ້ຕົ້ນສັງກັດຍັງເປີດເຜີຍວ່າປະຈຸບັນນີ້ພະເອກໜຸ່ມກຳລັງພິຈາລະນາບົດບາດຮູບເງົາແຕ່ກໍຍັງບໍ່ມີຮູບເງົາເລື່ອງໃດທີ່ຕັດສິນໃຈສະແດງເລີຍ,

ຢ່າງໃດກໍຕາມອິບຢອງຮຸນກຳລັງຈະມີຜົນງານຮູບເງົາເລື່ອງໃໝ່ ໃນ ສ ເກາຫຼີ Chiefs of Namsan ທີ່ຈະເຂົ້າສາຍໃນປະເທດບ້ານ ເກີດໃນປີນີ້.