ຍອດທຶນ ເອຟດີໄອ ເຂົ້າຫວຽດນາມ 16,74 ຕື້ໂດລາ

ນະຄອນຫຼວງຮ່າໂນ້ຍແມ່ນທ້ອງຖິ່ນທີ່ດຶງດູດເງິນລົງທຶນຈາກຕ່າງປະເທດ (ເອຟດີໄອ) ຫຼາຍທີ່ສຸດດ້ວຍຍອດທຶນຈົດທະບຽນເກືອບ 4,8 ຕື້ໂດລາສະຫະລັດ, ນະຄອນໂຮ່ຈີມິນຢືນຢູ່ອັນອັບທີ 2 ແລະບີ່ງເຢືອງຢູ່ອັນດັບທີ 3.

ຕາມຂ່າວສານຫວຽດນາມລາຍງານໃນວັນທີ 27 ພຶດສະພາທີ່ຜ່ານມາວ່າຕາມກະຊວງແຜນການ ແລະການລົງທຶນແລ້ວມາຮອດວັນທີ 20 ພຶດສະພາຍອດເງິນລົງທຶນຈົດທະບຽນໃໝ່,ເພີ່ມເຕີມແລະປະກອບຊື້ຮຸ້ນສ່ວນຂອງບັນດານັກລົງທຶນຕ່າງປະເທດເຂົ້າມາຫວຽດນາມບັນລຸໄດ້ 16,74 ຕື້ໂດລາ, ເພີ່ມຂຶ້ນກວ່າ69% ເມື່ອທຽບໃສ່ປີ 2018.ນີ້ແມ່ນລະດັບສະຖິຕິໃໝ່ກ່ຽວກັບມູນຄ່າເງິນລົງທຶນຈົດທະບຽນຂອງ5 ເດືອນພາຍໃນ 4 ປີມານີ້ິ້.ໂດຍເງິນລົງທຶນໄດ້ເພີ່ມຂຶ້ນຢູ່ທັງ3 ສ່ວນຄືອອກໃບຈົດທະບຽນໃໝ່,ປັບປຸງເພີ່ມທຶນແລະປະກອບທຶນ, ຊື້ຮຸ້ນສ່ວນ  ພິຈາລະນາຕາມຂົງເຂດການລົງທຶນແລ້ວ, ບັນດານັກລົງທຶນຕ່າງປະເທດໄດ້ລົງທຶນເຂົ້າ 19 ຂົງເຂດ, ໃນນັ້ນສ່ວນຫຼາຍລົງທຶນເຂົ້າຂົງເຂດອຸດສາຫະກຳການປຸງແຕ່ງ, ປະດິດສ້າງ;ຖັດຈາກນັ້ນແມ່ນຂົງເຂດດຳເນີນທຸລະກິດອະສັງຫາລິມະຊັບ, ຂົງເຂດຂາຍຍົກ, ຂາຍຍ່ອຍຢືນຢູ່ອັນດັບທີ 3.

ມີ 88 ປະເທດ ແລະເຂດແຄວ້ນມີໂຄງການລົງທຶນເຂົ້າຫວຽດນາມ.ໃນນັ້ນ, ຮົງກົງ (ຈີນ) ຢືນອັນດັບທີ 1 ດ້ວຍຍອດເງິນລົງທຶນກ່ວາ 5 ຕື້ໂດລາ, ສ ເກົາຫຼີ ຢືນຢູ່ອັນດັບທີ 2, ສິງກະໂປຢືນຢູ່ອັນດັບທີ 3.

ພາບ ຂ່າວ ໂດຍ ໜັງສືພິມເສດຖະກິດ-ສັງຄົມ