ລັດວິສາຫະກິດຈີນກຳໄລເພີ່ມຂຶ້ນ 12,6%

ລັດວິສາຫະກິດ ສປ ຈີນ ມີກຳໄລເພີ່ມຂຶ້ນໃນໄລຍະ 4 ເດືອນ ຕົ້ນປີນີ້ຂະນະທີ່ລັດຖະບານເດີນໜ້າປະຕິຮູບຢ່າງຕໍ່ເນື່ອງ.ຕາມຂ່າວຕ່າງປະເທດລາຍງານວ່າກະຊວງການເງິນຈີນເປີດເຜີຍຜ່ານເວັບໄຊໃນວັນທີ 27 ພຶດສະພາທີ່ຜ່ານມາວ່າຜົນກຳໄລລວມຂອງບໍລິສັດລັດວິສາຫະກິດ (SOE) ຈີນເຕີບໂຕຢ່າງໝັ້ນຄົງໃນໄລຍະ 4 ເດືອນທຳອິດຂອງ ປີ 2019 ໂດຍປັບຕົວເພີ່ມຂຶ້ນ 12,6% ຈາກໄລຍະດຽວກັນຂອງ ປີທີ່ຜ່ານມາສູ່ລະດັບ 1,12 ພັນ ຕື້ຢວນ (ປະມານ 1,62 ຮ້ອຍຕື້ໂດລາສະຫະລັດ),ສຳລັບລາຍໄດ້ລວມໃນລະຫວ່າງເດືອນມັງກອນ-ເມສາຢູ່ທີ່ 18,9 ພັນຕື້ຢວນ ເພີ່ມຂຶ້ນ 8,3% ຈາກໄລຍະເວລາດຽວກັນຂອງປີທີ່ຜ່ານມາ,ທ້າຍເດືອນເມສາຊັບສິນລວມຂອງ SOE ຢູ່ທີ່ 191,78 ພັນຕື້ຢວນເພີ່ມຂຶ້ນ 8,9%ຈາກປີກ່ອນ ຂະນະທີ່ໜີ້ສິນເພີ່ມຂຶ້ນ 8,5% ມາຢູ່ທີ່ 123,37 ພັນຕື້ຢວນສົ່ງຜົນໃຫ້ອັດຕາສ່ວນໜີ້ສິນຕໍ່ຊັບສິນລວມຂອງ SOE ຫຼຸດລົງ 0,2% ມາຢູ່ທີ່ 64,3%.

ສຳນັກຂ່າວຊິນຮວາລາຍງານວ່າຈີນໄດ້ເດີນໜ້າປະຕິຮູບ SOE ຢ່າງຕໍ່ເນື່ອງຊຶ່ງລວມເຖິງການປະຕິຮູບໂດຍໃຫ້ເອກະຊົນເຂົ້າມາເປັນເຈົ້າຂອງລັດວິສາຫະກິດຫຼາຍຂຶ້ນ ແລະການປະຕິຮູບອົງກອນເພື່ອກະຕຸ້ນການດຳເນີນງານຂອງບໍລິສັດ.

ພາບຂາ່ວ ໂດຍ ໜັງສືພິມເສດຖະກິດ-ສັງຄົມ