ມາເລເຊຍຈະສືບຕໍ່ພັດທະນາສາຍພົວພັນກັບຈີນ

ເນື່ອງໃນໂອກາດຈີນແລະມາເລເຊຍສະຫຼອງການສ້າງຕັ້ງສາຍພົວພັນທາງການທູດ ຄົບຮອບ 45 ປີ, ທ່ານ ມາຮາເທຍບິນໂມຮາມັດນາຍົກລັດຖະມົນຕີມາເລເຊຍກ່າວວ່າ: ລັດຖະບານຕົນຈະສືບຕໍ່ສຸມໃສ່ການເພີ່ມທະວີສາຍພົວພັນກັບຈີນ ແລະດຳເນີນການຮ່ວມມືທີ່ແໜ້ນແຟ້ນກວ່າເກົ່າ ແລະມີຄວາມໝາຍກວ່າເກົ່າກັບ ສປ ຈີນ.

ຕາມຂ່າວ Cri ລາຍງານໃນວັນທີ 26 ພຶດສະພາວ່າ ທ່ານ ມາຮາເທຍໄດ້ຂຽນບົດນຳໃນປຶ້ມລະນຶກການສ້າງຕັ້ງສາຍພົວພັນທາງການ ທູດຄົບຮອບ 45 ປີທີ່ຮຽບຮຽງໂດຍສະມາຄົມ ມິດຕະພາບມາເລເຊຍຈີນໂດຍລະບຸວ່າ: ຊຸມ ປີມໍ່ໆມານີ້,ການແລກປ່ຽນກັນດ້ານການຄ້າແລະການລົງທຶນລະຫວ່າງມາເລເຊຍ-ຈີນໄດ້ເພີ່ມຂຶ້ນຢ່າງວ່ອງໄວແລະທ່ວງທ່າດັ່ງກ່າວຍັງ ຈະສືບຕໍ່ອີກຊຶ່ງຈະສ້າງໂອກາດແຫ່ງການຮ່ວມມືໃນຂົງເຂດການທ່ອງທ່ຽວ, ວິທະຍາສາດ,ເຕັກໂນໂລຊີ, ວັດທະນະທຳແລະອື່ນໆໃຫ້ ຫຼາຍກວ່າເກົ່າ.

ທ່ານ ມາຮາເທຍ ກ່າວຕື່ມວ່າ: ມາເລເຊຍສະ ໜັບສະໜູນຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ເພາະວ່າທຸກຝ່າຍຈະສາມາດແບ່ງປັນຜົນປະໂຫຍດຈາກຂໍ້ລິເລີ່ມດັ່ງກ່າວ; ເວົ້າສຳລັບມາເລເຊຍແລ້ວ, ນີ້ກໍເປັນການສືບຕໍ່ການແລກປ່ຽນກັນດ້ານການຄ້າທີ່ບໍ່ເຄີຍເຫືອດແຫ້ງຈັກເທື່ອໃນຫຼາຍສະຕະວັດລະຫວ່າງສອງຝ່າຍນັບຕັ້ງແຕ່ສະໄໝລາຊະອານາຈັກມາລັກກາເປັນຕົ້ນມາ.

ພາບຂ່າວ ໂດຍ ໜັງສືພິມເສດຖະກິດ-ສັງຄົມ