ເກີດເຫດຕີກັນຢູ່ຄຸກບຣາຊິນ ເສຍຊີວິດ 40 ຄົນ

ວັນທີ 28 ພຶດສະພາທີ່ຜ່ານມາໄດ້ເກີດເຫດຕີກັນຢູ່ຄຸກ 4 ແຫ່ງທາງພາກເໜືອຂອງບຣາຊິນໃນໄລຍະ 2 ວັນທີ່ຜ່ານມາເຮັດໃຫ້ມີຜູ້ເສຍຊີວິດ 40 ຄົນ ຊຶ່ງ ເປັນເຫດການຮຸນແຮງທີ່ສຸດໃນ ຄຸກບຣາຊິນທີ່ແອອັດ ແລະອັນ ຕະລາຍ.

ຕາມຂ່າວຕ່າງປະເທດລາຍງານວ່າທາງການບຣາຊິນຖະແຫຼງວ່າເມື່ອບໍ່ດົນມານີ້ເກີດເຫດຕີກັນໃນຄຸກ 4 ແຫ່ງທາງພາກເໜືອຂອງບຣາຊິນເຮັດໃຫ້ມີຜູ້ເສຍຊີວິດ 40 ຄົນແລະບາດເຈັບອີກຈໍາ ນວນໜຶ່ງ.ຂະນະທີ່ໜ່ວຍງານດ້ານຄວາມໝັ້ນຄົງໄດ້ສົ່ງກຳລັງ ເສີມມາຊ່ວຍຮັບມືກັບວິກິດການທີ່ເກີດຂຶ້ນແລ້ວບຣາຊິນມີຜູ້ຕ້ອງ ຫາທີ່ຖືກຂັງຄຸກຫຼາຍເປັນອັນດັບ 3 ຂອງໂລກ ກວມເອົາ 726.712 ຄົນ ເກີນກວ່າ 2 ເທົ່າ ໃນການຮອງ ຮັບນັກໂທດທົ່ວປະເທດ.

ຜູ້ຊ່ຽວຊານລະບຸວ່າສາເຫດ ຕົ້ນຕໍ ທີ່ເຮັດໃຫ້ຄຸກບຣາຊິນເກີດຄວາມຮຸນແຮງຕະຫຼອດເນື່ອງຈາກຂາດການປະຕິຮູບດ້ານໂຄງສ້າງຄຸກຍັງເປັນສະຖານທີ່ທີ່ເກີດການລະເມີດສິດທິມະນຸດຢ່າງ ຮ້າຍແຮງ.

ພາບ ແລະຂ່າວໂດຍ: ໜັງສືພິມເສດຖະກິດ-ສັງຄົມ