ອາເມລິກາພົບຜູ້ຕິດເຊື້ອໝາກແດງເກືອບ 1 ພັນຄົນ

ອາເມລິກາພົບຜູ້ຕິດເຊື້ອໝາກແດງເພີ່ມຂຶ້ນເປັນ 940 ຄົນແລ້ວ ໃນ 26 ລັດທົ່ວປະເທດ ເຮັດໃຫ້ພະຍາດໝາກແດງປີນີ້ຮຸນແຮງທີ່ສຸດ.

ຕາມຂ່າວຕ່າງປະເທດລາຍງານວ່າ ສູນຄວບຄຸມ ແລະປ້ອງກັນພະຍາດແຫ່ງອາເມລິກາ (CDC) ລາຍງານວ່າ: ພົບຜູ້ຕິດເຊື້ອພະຍາດ ໝາກແດງໃໝ່ 60 ຄົນເມື່ອອາທິດຜ່ານມາ,ສົ່ງຜົນໃຫ້ຍອດຜູ້ຕິດເຊື້ອໝາກແດງໃນປີນີ້ເພີ່ມເປັນ 940 ຄົນ, ກວມເອົາ 6,8%,ຖືເປັນການ ແຜ່ລະບາດຄັ້ງຮ້າຍແຮງທີ່ສຸດນັບແຕ່ປີ 1994 ແລະນັບຕັ້ງແຕ່ເຄີຍ ປະກາດວ່າ ມີເຊື້ອພະຍາດນີ້ ເຄີຍຖືກກຳຈັດໝົດໄປແລ້ວໃນອາເມລິກາ ປີ 2000. ປະຈຸບັນການແຜ່ລະບາດພວມຂະຫຍາຍເປັນວົງກວ້າງສູ່ 26 ລັດໃນປະເທດ.

ພະຍາດໝາກແດງຕິດຕໍ່ຜ່ານການໄອ,ຈາມ,ໂອ້ລົມກັນຢ່າງໃກ້ສິດຈະປາກົດມີອາການພາຍຫຼັງຕິດເຊື້ອແລ້ວ 10-14 ວັນເຊັ່ນ: ມີໄຂ້, ໄອ, ຂີ້ມູກໄຫຼ ມີຕຸ່ມແດງຂຶ້ນຕາມຕົນຕົວປ້ອງກັນໄດ້ດ້ວຍການສັກວັກແຊງ.

 ພາບແລະ : ຂ່າວ ໂດຍ ໜັງສືພິມເສດຖະກິດ-ສັງຄົມ