ເມືອງແກ່ນທ້າວ ສະຫຼຸບວຽກກອງທຶນປະກັນສຸຂະພາບ

 ເມື່ອບໍ່ດົນມານີ້ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານກອງທຶນປະກັນສຸຂະພາບແຫ່ງຊາດປະຈໍາໄຕມາດ I ໂດຍເຂົ້າຮ່ວມຂອງ ທ່ານ ອໍາຄາ ລັດສະໝີ ຮອງເຈົ້າເມືອງແກ່ນທ້າວ, ປະທານຄະນະກໍາມະການຄຸ້ມຄອງກອງທຶນປະກັນສຸຂະພາບແຫ່ງຊາດຂັ້ນເມືອງ, ທ່ານ ສິງຄໍາ ຮັກປະເສີດ ຮອງຫົວໜ້າພະແນກສາທາລະນະສຸກແຂວງ, ມີຫົວໜ້າກອງທຶນປະກັນສຸຂະພາບແຫ່ງຊາດແຂວງໄຊຍະບູລີ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

  ທ່ານ ພຸດສະຫງວນ ກອງມະນີ ຫົວໜ້າໜ່ວຍງານກອງທຶນປະກັນ ສຸຂະພາບແຫ່ງຊາດຂັ້ນເມືອງ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານກອງທຶນປະກັນສຸຂະ   ພາບແຫ່ງຊາດ ປະຈໍາໄຕມາດ I ແລະແຜນການໄຕມາດ II ຊຶ່ງໄດ້ ສະເໜີສະພາບຕົວເລກສະມາຊິກ ເປົ້າໝາຍຜູ້ປະກັນຕົນໃນທົ່ວ ເມືອງ, ການມາໃຊ້ບໍລິການໃນສະຖານທີ່ບໍລິການ, ການເກັບເງິນສົມທົບຈາກປະຊາຊົນເຂົ້າກອງທຶນເວລາມາບໍລິການ, ການຈົດຮັບ-ຈົດຈ່າຍລາຍຮັບວິຊາການຂອງ ສະຖານທີ່ບໍລິການ, ມູນຄ່າສະເໜີ ການບໍລິການປິ່ນປົວ ຜູ້ປະກັນຕົນ ກອງທຶນປະກັນສຸຂະພາບແຫ່ງ ຊາດຂອງສະຖານທີ່ບໍລິການ, ມູນຄ່າເງິນທົດແທນຄ່າບໍລິການກອງ ທຶນປະກັນສຸຂະພາບແຫ່ງຊາດ ແລະບັນດາກິດຈະກໍາທີ່ເປັນແຜນ ປະຕິບັດໃນງວດຕໍ່ໄປ ຊຶ່ງກອງທຶນ ປະກັນສຸຂະພາບແຫ່ງຊາດໄດ້ມີການປົກຄຸມ 100% ຂອງປະຊາກອນທົ່ວເມືອງ, ເງິນລາຍຮັບທີ່ໄດ້ຈາກການສົມທົບຂອງປະຊາຊົນເຂົ້າໃນກອງທຶນປະກັນສຸຂະພາບແຫ່ງຊາດໄຕມາດ I ປີ 2019 ທັງໝົດ 30ລ້ານກວ່າກີບກວມເອົາ 14,68%ຂອງມູນຄ່າທົດແທນຄ່າບໍລິການ ແລະຜູ້ທີ່ຖືກຍົກເວັ້ນເກັບເງິນສົມທົບ 35,01% ຂອງຄົນເຈັບກອງທຶນປະກັນສຸຂະພາບແຫ່ງຊາດທີ່ມາບໍລິການ.

ໃນກອງປະຊຸມຄັ້ງນີ້ ຍັງໄດ້ຕົກ ລົງກັນວ່າ ບໍ່ໃຫ້ຈົດເງິນກອງທຶນ ປະກັນສຸຂະພາບແຫ່ງຊາດ ທີ່ໄດ້ ຈາກງົບປະມານປົກກະຕິທີ່ສູນ ກາງອະນຸມັດເຂົ້າເປັນລາຍຮັບວິຊາການຂອງຂະແໜງການຕົນ, ໃຫ້ສ້າງບັນຊີຕິດຕາມການນໍາໃຊ້ ງົບປະມານສະເພາະກອງທຶນປະ ກັນສຸຂະພາບແຫ່ງຊາດຕາມສາລະ ບານງົບປະມານຂອງລັດຢ່າງຖືກ ຕ້ອງ ແລະ ຮັບຮອງເອົາເງິນທົດ ແທນຄ່າປິ່ນປົວຜູ້ປະກັນຕົນໃນສະ ຖານທີ່ບໍລິການ ເພື່ອສະເໜີຕໍ່ຫ້ອງ ການກອງທຶນປະກັນສຸຂະພາບ ແຫ່ງຊາດແຂວງປະຈໍາໄຕມາດ I ປີ 2019 ທັງໝົດ 204 ລ້ານກວ່າກີບ.

  ໃນຕອນທ້າຍກອງປະຊຸມ ທ່ານ ອໍາຄາ ລັດສະໝີ ຍັງໄດ້ເນັ້ນໃຫ້ຄະນະກຳມະການຄຸ້ມຄອງກອງທຶນປະກັນສຸຂະພາບຂັ້ນເມືອງນໍາເອົາເນື້ອໃນຈິດໃຈຂອງກອງປະຊຸມຄັ້ງນີ້ໄປຈັດຕັ້ງຜັນຂະຫຍາຍຫັນເປັນແຜນລະອຽດເພື່ອພ້ອມກັນຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີກວ່າເກົ່າ, ຄະນະກໍາມະການຄຸ້ມຄອງກອງທຶນປະກັນສຸຂະພາບແຫ່ງຊາດຂັ້ນເມືອງ, ຄະນະຫ້ອງການສາທາລະນະສຸກເມືອງ, ຄະນະອໍານວຍການໂຮງໝໍຊຸມຊົນ, ໂຮງໝໍນ້ອຍ ແລະພະນັກງານຮັບຜິດຊອບຕ້ອງໄດ້ສືບຕໍ່ເອົາໃຈໃສ່ວຽກງານໂຄສະນາສຸຂະສຶກສາ, ໃຫ້ຄວາມຮູ້, ຄວາມເຂົ້າໃຈຕໍ່ກັບວຽກງານດັ່ງກ່າວໃຫ້ປະຊາຊົນຮັບຮູ້ຢ່າງເລິກເຊິ່ງ ແລະທົ່ວເຖິງກວ່າເກົ່າ, ໂຮງໝໍນ້ອຍ ແລະພະນັກງານຕ້ອງໄດ້ເອົາໃຈໃສ່ສະຫຼຸບສັງລວມວຽກງານດັ່ງກ່າວໃຫ້ໄດ້ເດືອນລະ 1 ຄັ້ງ ເພື່ອລາຍງານໃຫ້ກອງທຶນປະກັນສຸຂະພາບແຫ່ງຊາດຂັ້ນເມືອງ ແລະຂັ້ນແຂວງຮັບຊາບຢ່າງເປັນປົກກະຕິ.

ພາບ ແລະຂ່າວໂດຍ: ໜັງສືພິມເສດຖະກິດ-ສັງຄົມ