ປັບປຸງລູກຫຼິ້ນ IOS13 ,MACOS10.15 ໃໝ່

Mark Gurman ນັກຂ່າວຜູ້ເກາະຕິດເລື່ອງລາວຂອງ Apple ຈາກເວັບໄຊຂອງBloombergເປີດເຜີຍຂໍ້ມູນຂອງລະບົບປະຕິບັດການໃໝ່ຈາກ Apple ທັງ iOS, macOS,watchOS ທີ່ຄາດວ່າຈະມີການເປີດໂຕໃນປີນີ້ ຫຼື ອາດຈະເປັນພຽງແບບຮ່າງກ່ອນເປີດໂຕໃນປີໜ້າເຮົາມາເລີ່ມຈາກ.

iOS13 ຈະໃຊ້ລະຫັດການພັດທະນາ (Codename) ວ່າ Yukon ແລະຄາດວ່າໃນປີໜ້າກັບ iOS14 ຈະໃຊ້ລະຫັດພັດທະນາ Azul ເນັ້ນເລື່ອງ 5G ແລະເຕັກ ໂນໂລຊີ VR ຫຼາຍຂຶ້ນຍັງບໍ່ມີຫຍັງໃໝ່ເໝືອນກັບ iOS 12 ແຕ່ເນັ້ນ ແກ້ບັນຫາ ແລະເຮັດໃຫ້ເຄື່ອງທຳງານດີຂຶ້ນ ແລະຈະມາພ້ອມກັບWid get ທີ່ສະອາດຕາຫຼາຍຂຶ້ນຈະມີ Dark Mode ສາມາດປ່ຽນໄດ້ ວ່ອງໄວຜ່ານ Control Center ເພີ່ມKeyboard ແບບ Swipe ເຮົາສາມາດລາກນິ້ວເພື່ອແທນ ການກົດໄດ້ (ຢູ່ໃນລະຫວ່າງທົດ ສອບ), ປັບປຸງ Healthຈະເຮັດໃຫ້ທ່ານສາມາດໃຊ້ໃນການຕິດ ຕາມລະຫວ່າງຂີ່ລົດຖີບໄດ້, ປັບປຸງ Reminderໃຫ້ແບ່ງອອກເປັນ 4 ສ່ວນໃຫ້ເບິ່ງຄືກັບ To-Do ຫຼາຍ ຂຶ້ນ, Screen Time ຈະເຮັດໃຫ້ ພໍ່ແມ່ສາມາດເລືອກໂປຣແກຣມທີ່ ລູກໃຊ້ນານໄດ້, Apple Book ສາມາດຮູ້ການໂຫຼດໄດ້ໂດຍການ ເພີ່ມ Tab Process iMessage ຈະປັບປຸງໃຫ້ເບິ່ງຄືກັບWhatApps ສາມາດໃສ່ຮູບ ແລະຕັ້ງ ສື່ໄດ້, ລວມລະຫວ່າງ Find My Friends ແລະFind My iPhoneໃຫ້ລວມຮ່າງໃນ Apps ອັນດຽວກັນ, Sleep Mode ຈະສາມາດ ທຳງານຮ່ວມກັນລະຫວ່າງ Bedtimeຂອງໂມງແຍກສຽງລຳໂພງ ຈາກHomePods, ສາມາດເພີ່ມ ການສະແດງຜົນ Apps ບົນໜ້າຈໍ iPad ໄດ້ທັງເໝືອນແລະແຕກຕ່າງກັນອາດຈະມີການເພີ່ມ Dow  nload Manager ໃນ Safari.

macOS10.15: ນອກຈາກ ໃນເລື່ອງຂອງການນຳເອົາ iPad ຈະສາມາດສະແດງຜົນຂອງ iOSໄດ້ແລ້ວກໍຍັງມີຂ່າວດີວ່ານັກພັດທະນາທາງ iOS ອາດຈະນຳໄປ ໃສ່ໃນ macOS ໄດ້, ເພີ່ມຟີເຈີ ຂອງ Apple Music ລວມທັງPods Case ນອກຈາກນີ້ຍັງມີ ເລື່ອງຂອງ Sleep time ເຂົ້າມາດ້ວຍ.

watchOS6: ຈະມີການພັດ ທະນາໃຫ້ສາມາດຕິດຕັ້ງ Apps ໄດ້ເອງບໍ່ຕ້ອງງໍ້ iPhoneອີກຕໍ່ໄປ ແລະຈະເພີ່ມຟີເຈີບັນທຶກສຽງ,ຈັກຄິດໄລ່ ແລະApple Book ເຂົ້າມາ.ທັງໝົດນີ້ຕ້ອງຈັບຕາເບິ່ງວ່າມີຫຍັງຈະເປີດເຜີຍໃນງານ WWDC2019 ຫຼື ບໍ່.

ພາບ ແລະ ຂາ່ວໂດຍ:ໜັງສືພິມເສດຖະກິດ-ສັງຄົມ