ຊຽງແມນ ມີເງີນກອງທຶນບ້ານ 981 ລ້ານກີບ

  ວັນທີ 21 ທັນວາຜ່ານມາທີ່ບ້ານຊຽງແມນ ໄດ້ຈັດກອງປະຊຸມສະຫຼຸບວຽກງານກອງທຶນຂັ້ນບ້ານໃນປີ 2018 ແລະທິດທາງແຜນການປີ 2019 ໂດຍການເປັນປະທານຂອງ ທ່ານ ສົມຈິດ ສິງລໍຄຳ ຮອງເຈົ້າເມືອງຈອມເພັດ, ທ່ານ ທອງເພັດ ນາຍບ້ານຊຽງ ແມນ, ມີປະທານກອງທຶນບ້ານ, ສະມາຊິກກອງທຶນ ແລະແຂກຖືກເຊີນເຂົ້າຮ່ວມ.

   ທ່ານ ທອງຄູນ ສີສົມພອນ ປະທານກອງທຶນບ້ານຊຽງແມນ ໄດ້ຂຶ້ນຜ່ານບົດສະຫຼຸບວຽກງານກອງທຶນວ່າ: ບ້ານຊຽງແມນມີ 339 ຄອບ ຄົວ, ໄດ້ຈັດຕັ້ງກອງທຶນໃນວັນທີ 7 ທັນວາ 2007 ເບື້ອງຕົ້ນມີສະມາຊິກ 50 ຄົນ, ມີ 90 ຫຸ້ນ, ທຶນໝູນວຽນເບື້ອງຕົ້ນ 8,5 ລ້ານກີບ ໃນນີ້ທຶນດັ່ງກ່າວໄດ້ຮັບການສະໝັບສະໜູນຈາກໂຄງການພັດທະນາອ້ອມຮອບຕົວເມືອງ ( ມໍລະດົກ ) 6 ລ້ານກີບ, ໄດ້ຮັບເງິນຝາກ 2,5 ລ້ານກີບ, ປະຈຸບັນມີສະມາຊິກກອງທຶນທັງໝົດ 306 ຄົນ, ມີເງິນໝູນວຽນທັງໝົດ 981 ລ້ານກີບ, ສຳລັບເງິນແມ່ນຈ່າຍໃຫ້ສະມາຊິກກູ້ຢືມທຳ ການຜະລິດເຊັ່ນ: ປູກຝັງ, ລ້ຽງສັດ ແລະບໍລິການອື່ນໆເປັນຕົ້ນຕໍໃນອັດຕາດອກເບ້ຍ 3% ຕໍ່ເດືອນ, ໄລຍະເວລາກູ້ຢຶມແມ່ນ 3 ເດືອນ-6 ເດືອນ-12 ເດືອນ,ແຕ່ກໍລະນິຢືມຍາມເຈັບເປັນແມ່ນບໍ່ມີດອກເບ້ຍພາຍໃນ 3 ເດືອນແຕ່ຫາກກາຍ 3 ເດືອນແມ່ນຄິດໄລ່ອັດຕາດອກເບຍ 3% ຕໍ່ເດືອນ.

  ນອກນັ້ນກອງປະຊຸມຍັງໄດ້ຮ່ວມກັນຄົ້ນຄວ້າ, ຕີລາຄາ, ປະກອບຄຳຄິດເຫັນໃນແຜນການປະຕິບັດງານຜ່ານມາໃນໄລຍະ 1 ປີ, ພ້ອມທັງສັງລວມດ້ານດີ ແລະ ແກ້ໄຂດ້ານຂໍ້ຄົງຄ້າງເພື່ອນໍາໄປພັດທະນາ ແລະຈັດຕັ້ງປະຕິບັດໃຫ້ດີຂຶ້ນກວ່າເກົ່າ, ຈາກນັ້ນກອງປະຊຸມກໍ່ໄດ້ປ່ອນບັດຄັດເລືອກເອົາປະທານ ແລະຄະນະກອງທຶນຊຸດໃໝ່ ແລະໄດ້ເຫັນດີເປັນເອກະພາບເລືອກເອົາທ່ານ ທອງຄູນ ສີສົມພອນ ເປັນປະທານ, ທ່ານ ໄຊຍະຈັກ ເປັນຮອງປະທານ, ທ່ານ ນາງ ໜ້ານ້ອຍ, ທ່ານ ນາງ ໜ້າຂາວ ຮັບຜິດຊອບຄັງເງິນ, ທ່ານ ນາງ ອຳໄພ ຮັບພິຊອບບັນຊີ, ທ່ານນາງ ແພງຈັນ ເປັນເລຂານຸການ, ນອກນັ້ນ, ຍັງໄດ້ແຕ່ງຕັ້ງທ່ານ ທອງເພັດ ເປັນປະທານກວດກາ, ທ່ານ ສຸວັນ ເປັນຮອງ ແລະທ່ານ ແສງເພັດ ເປັນຄະນະກວດກາອີກດ້ວຍ.

   ໂອກາດນີ້ ທ່ານ ສົມຈິດ ສິງລໍຄຳ ຮອງເຈົ້າເມືອງກໍ່ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກອງທຶນບ້ານທີ່ມີການເຕີບໃຫຍ່ຂະຫຍາຍຕົວ ແລະພັດທະນາຢ່າງວ່ອງໄວ, ການປຸກລະດົມພໍ່ແມ່ປະຊາຊົນໃຫ້ເຂົ້າມາເຕົ້າໂຮມຄວາມສາມັກຄີໃນໝູ່ມະຫາຊົນເພື່ອຊ່ວຍເຫຼືອປະຊາຊົນຜູ້ທີ່ຕົກທຸກໄດ້ຍາກຂາດເຂີນໃນຊີວິດປະຈຳວັນໂດຍການສ້າງໃຫ້ປະຊາຊົນພາຍໃນບ້ານມີທຶນຮອນພຽງພໍ, ປະຊາຊົນສາມາດເຂົ້າຫາແຫຼ່ງທຶນໄດ້ງ່າຍ ພ້ອມທັງເປັນການພັດທະນາຊີວິດການເປັນຢູ່ຂອງປະຊາຊົນໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກ, ພ້ອມນັ້ນຍັງເນັ້ນໃຫ້ຄະນະກອງທຶນເພີ່ມທະວີຄວາມເຂັ້ມແຂງຮອບດ້ານ, ເພີ່ມຄວາມຮັບຜິດຊອບ, ລົງຕິດຕາມກວດກາສະມາຊິກຢ່າງໃກ້ຊິດເພື່ອໃຫ້ເຂົາເຈົ້າມີສະຕິໃນການກູ້ຢືມເງິນ, ພ້ອມດຽວກັນກໍ່ຕ້ອງໂຄສະນາເຜີຍແຜ່ໃຫ້ປະຊາຊົນຮັບຮູ້, ເຂົ້າໃຈ ແລະເຂົ້າມາຮ່ວມກອງທຶນໃຫ້ຫຼາຍຂຶ້ນກວ່າເກົ່າ.