ຈີນເປີດໂຕສວນສະໜຸກວີອາ ແຫ່ງທຳອິດ

ສປຈີນ ເປີດໂຕສວນສະໜຸກວີອາແຫ່ງທຳອິດທີ່ເມືອງໜານຊາງຊຶ່ງເປັນສວນສະໜຸກທີ່ໃຊ້ລະບົບດິຈິຕອນທັງໝົດ ໂດຍນັກທ່ອງ ທ່ຽວຕ້ອງໃສ່ແວ່ນຕາVR(Virtual Reality)ຫຼືຄວາມເໝືອນຈິງຂະນະທີ່ຫຼິ້ນເຄື່ອງຫຼິ້ນຕ່າງໆ ພາຍໃນສວນສະໜຸກແຫ່ງນີ້ບໍ່ວ່າຈະເປັນລົດໄຟເຫາະຕີລັງກາ  ຫຼື ເຂົ້າຮ່ວມຍິງຕໍ່ສູ້ໃນສະພາບແວດລ້ອມທີ່ເໝືອນສົງຄາມຈິງເປັນຕົ້ນ.

ເຕັກໂນໂລຊີ VR ເປີດໂຕເມື່ອຫຼາຍປີກ່ອນໂດຍບໍລິສັດເຕັກໂນໂລຊີໃຫຍ່ໆຫຼາຍແຫ່ງຕ່າງລົງທຶນເພື່ອພັດທະນາເຕັກໂນໂລຊີນີ້ແຕ່ທີ່ຜ່ານ ມາຍັງບໍ່ໄດ້ຮັບຄວາມນິຍົມເທົ່າທີ່ ຄວນແລະຈຳກັດຢູ່ສະເພາະໃນທຸ ລະກິດເກມຄອມພິວເຕີເທົ່ານັ້ນທ່ານຈ້າວລີ່ຈິງແຫ່ງສະຖາບັນເຕັກໂນໂລຊີນະຄອນຫຼວງປັກກິ່ງ ໜຶ່ງໃນຜູ້ຮ່ວມພັດທະນາສວນສະໜຸກແຫ່ງນີ້ບອກວ່າທາງບໍລິສັດຕ້ອງການລົງທຶນຫຼາຍຂຶ້ນໃນເຕັກໂນໂລຊີ VR  ເພື່ອພາລູກຄ້າໄປສຳຜັດ ກັບປະສົບການໃໝ່ໆທີ່ເໜືອຄວາມເປັນຈິງຊຶ່ງຍັງບໍ່ສາມາດເຮັດໄດ້ ພາຍໃຕ້ເຕັກໂນໂລຊີ VR ໃນປະຈຸບັນເຊັ່ນຍັງບໍ່ສາມາດໃຫ້ຄວາມຮູ້ສຶກທີ່ເໝືອນຈິງຈາກການສຳຜັດຢ່າງໃດກໍຕາມເຈົ້າໜ້າທີ່ສວນສະ ໜຸກVR ທີ່ເມືອງໜານຊາງບອກວ່າຂໍ້ດີຂອງສວນສະໜຸກແຫ່ງເຕັກໂນໂລຊີສະໃໝໃໝ່ນີ້ກໍຄືບໍ່ຕ້ອງໃຊ້ ພື້ນທີ່ຫຼາຍບໍ່ຕ້ອງມີການກໍ່ສ້າງຂະໜາດໃຫຍ່ ແລະບໍ່ຕ້ອງໃຊ້ເງິນລົງທຶນຫຼາຍແຕ່ລູກຄ້າສາມາດຮູ້ສຶກ ເໝືອນໄດ້ຫຼິ້ນກັບເຄື່ອງຫຼິ້ນຈິງທີ່ມີຢູ່ຕາມສວນສະໜຸກຂະໜາດໃຫຍ່.

ອຸດສາຫະກຳເຕັກໂນໂລຊີເໝືອນຈິງຂອງຈີນຂະຫຍາຍຕົວຢ່າງວ່ອງໄວໃນໄລຍະບໍ່ທໍ່ໃດປີມານີ້ໂດຍຄາດວ່າຈະມີມູນຄ່າເພີ່ມຂຶ້ນຈາກລະດັບ 16 ຕື້ຢວນໃນປີ 2017 ເປັນ 90 ຕື້ຢວນພາຍໃນປີໜ້າຕາມການລາຍງານຂອງກະຊວງເຕັກໂນໂລຊີໂທລະຄົມມະນາຄົມຂອງຈີນ.

ພາບ ແລະຂາ່ວໂດຍ:ໜັງສືພິມເສດຖະກິດ-ສັງຄົມ