ສາເຫດ ແລະວິທີຮັກສາການເປັນລົງຂາວ

ລົງຂາວປົກກະຕິນັ້ນຈະເກີດຈາກການປ່ຽນແປງຮໍໂມນຂອງ ເພດຍິງອາດຈະເປັນຊ່ວງຂອງຮອບປະຈຳເດືອນຈຶ່ງເຮັດໃຫ້ເກີດການສ້າງເມືອກຂາວໆຂຶ້ນລັກສະນະຄ້າຍໆແປ້ງປຽກບໍ່ມີກີ່ນເໝັນແລະບໍ່ມີອາການຄັນຫຍັງນຳ.ແຕ່ລົງຂາວທີ່ຜິດປົກກະຕິມັກເກີດຈາກການຕິດເຊື້ອໃນຊ່ອງຄອດບໍ່ວ່າຈະເປັນເຊື້ອລາ, ເຊື້ອແບັກທີເຣຍ,ພະຍາດເປັນຕົ້ນຊຶ່ງສາເຫດຫຼັກໆທີ່ກໍ່ໃຫ້ເກີດການຕິດເຊື້ອກໍ່ມາຈາກການບໍ່ຮັກສາຄວາມສະອາດ ແລະການໃຊ້ນໍ້າຢາເຮັດຄວາມສະອາດລ້າງພາຍໃນຊ່ອງຄອດເຮັດໃຫ້ໄປທຳລາຍເຊື້ອປະຈຳຖີ່ນພາຍໃນຊ່ອງຄອດຈຶ່ງຕິດເຊື້ອໄດ້ງ່າຍ ຫຼື ຕິດຈາກການມີເພດສຳພັນແລ້ວບໍ່ຮັກສາຄວາມສະອາດໃຫ້ດີເປັນ ຕົ້ນ.

*  ວິທີຮັກສາການເປັນລົງຂາວ:

-  ຫາກເກີດການຕິດເຊື້ອກໍ່ຕ້ອງໃຊ້ຢາຮັກສາໂດຍມີທັງຢາແບບກິນແລະແບບຍັດທາງຊ່ອງຄອດ.

- ການຮັກສາຄວາມສະອາດຂອງຮ່າງກາຍລວມໄປເຖີງຄວາມສະອາດຂອງຊຸດຊັ້ນໃນ,ເສື້ອຜ້າທີ່ຈະນຸ່ງຢູ່ສະເໝີ.

-  ເລືອກຊຸດຊັ້ນໃນທີ່ນຸ່ມ,ໃສ່ສະບາຍບໍ່ອັບຊື່ນແລະລະບາຍອາກາດໄດ້ດີ.

  • ຫາກລົງຂາວຈາກເຊື້ອໂລກທີ່ເປັນໂລກຕິດຕໍ່ທາງເພດສຳພັນຕ້ອງພາສາມີໄປຮັກສານຳເພື່ອປ້ອງກັນການກັບມາເປັນຊໍ້າອີກ.
  • ພາບ ແລະຂາ່ວໂດຍ:ໜັງມືພິມເສດຖະກິດ-ສັງຄົມ