ສັບພະຄຸນ ແລະປະໂຫຍດ ຂອງໝາກຂຽບ ທີ່ຫຼາຍຄົນບໍ່ເຄີຍຮູ້

ໝາກຂຽບເປັນແຫຼ່ງລວມຂອງວິຕາມິນ C, ວິຕາມິນີ B 6 ແລະແຮ່ທາດເຊັ່ນ: ໂພແທັດຊຽມ ແລະແມັກນີຊຽມ ວິຕາມິນ C ຖືເປັນຕົວແທນໃນການຕ້ານອາການອັກເສບແລະຕ້ານອະນຸມູນອິດສະຫຼະທີ່ມີປະສິດທິພາບຊ່ວຍຫຼຸດຄວາມສ່ຽງຂອງການເປັນໂລກຫອບຫືດວິຕາມິນແມັກນີຊຽມຊ່ວຍຜ່ອນຄາຍກ້າມເນື້ອຫຼອດລົມແລະຫຼອດອາຫານ ຜູ້ປ່ວຍໂລກຫອບຫືດຈະມີສານເຫຼົ່ານີ້ໃນລະດັບຕໍ່າດູແລຮັກສາຕ່ອມໄທລອຍແຮ່ທາດເຊັ່ນທອງແດງມີຄວາມສຳຄັນຫຼາຍສຳລັບການຜະລິດຮໍໂມນໄທລອຍທີ່ເອີ້ນວ່າໄທລອຍຊີນຮໍໂມນີມີໜ້າທີ່ດູແລສຸຂະພາບຂອງຕ່ອມໄທລອຍໝາກຂຽບມີແຮ່ທາດ ຊະນິດນີ້ເປັນຈຳນວນຫຼາຍ.

* ຊ່ວຍສ້າງພະລັງງານໃຫ້ກັບຮ່າງກາຍ:ວິຕາ ມິນB ເປັນສານອາຫານທີ່ສາມາດຊ່ວຍປ່ຽນນໍ້າ ຕານໃຫ້ເປັນພະລັງງານການກິນໝາກຂຽບເມື່ອທ່ານຮູ້ສືກເມື່ອຍເປັນຄວາມຄິດທີ່ດີເພາະມັນເປັນແຫຼ່ງ ລວມຂອງວິຕາມິນB.

*  ສ້າງຄວາມແຂງແຮງໃຫ້ກະດູກ:ໄດ້ຮັບການ ພິສູດແລ້ວວ່າເມື່ອແມັກນີຊຽມມາຜະນືກກັບແຄລຊຽມຈະມີປະສິດທິພາບຫຼາຍໃນການເພີ່ມມວນກະ ດູກໃຫ້ໜາແໜ້ນແລະແຂງແຮງໝາກຂຽບມີແຮ່ທາດເຫຼົ່ານີ້ໃນປະລິມານທີ່ເໝາະສົມຊຶ່ງດີສຳລັບດູແລສຸ ຂະພາບຂອງທ່ານ.

* ບຳລຸງສາຍຕາ: ວິຕາມິນA ມີຢູ່ໃນໝາກຂຽບ ສາມາດຊ່ວຍດູແລຮັກສາສຸຂະພາບຕາໃຫ້ດີເພາະມີ ຄຸນສົມບັດຂອງສານອະນຸມູນອິດສະຫຼະສານຕ້ານອະນຸມູນອິດສະຫຼະຈະຊ່ວຍປ້ອງກັນຈໍປະສາດຕາ ແລະ ກະຈົກຕາຈາກອະນຸມູນອິດສະຫຼະທີ່ເປັນອັນຕະລາຍ.

  • ຊ່ວຍປ້ອງກັນໂລກເລືອດຈາງ:ໝາກຂຽບອຸ ດົມໄປດ້ວຍທາດເຫຼັກຊຶ່ງເປັນທາດທີ່ມີຄວາມສຳຄັນສຳລັບການຜະລິດເຊລເມັດເລືອດແດງຫາກທ່ານກິນ ໝາກຂຽບເປັນປະຈຳຈະຊ່ວຍປ້ອງກັນບໍ່ໃຫ້ເກີດໂລກເລືອດຈາງ.
  • ພາບ ແລະຂາ່ວໂດຍ:ໜັງສືພິມເສດຖະກິດ-ສັງຄົມ