Aladdin ເປີດໂຕມາແຮງສ້າງລາຍໄດ້ 207 ລ້ານໂດລາ

ເລີ່ມຈາກແຊັມບອກອອຟຟິດ Aladdin ຮູບເງົາເລື່ອງຫຼ້າສຸດທີ່ເປີດໂຕມາແຮງພ້ອມກັບລາຍໄດ້ຫຼ້າສຸດຢູ່ທີ່ 86 ລ້ານໂດລາສະ ຫະລັດ ພ້ອມທັງໄດ້ຮັບເກດ A ຈາກການເຂົ້າສາຍໃນອາທິດທຳອິດທີ່ມີຜູ້ເຂົ້າຊົມ 54% ເປັນແມ່ຍິງ ແລະ 54% ອາຍຸ 25 ປີຂຶ້ນໄປໃນສ່ວນ ເຂົ້າສາຍຕ່າງປະເທດລາຍໄດ້ຢູ່ທີ່ 121 ລ້ານໂດລາສ້າງລາຍໄດ້ລວມຈາກການສາຍທົ່ວໂລກປະມານ 207ລ້ານໂດລາ.

ໃນສ່ວນອັນດັບ 2 ເປັນຂອງJohn Wick: Chapter3 Parabellum ທີ່ຄອງແຊ້ມໄດ້ ພຽງອາທິດດຽວ ໂດຍຫຼ້າສຸດສ້າງ ລາຍໄດ້ 24,35  ລ້ານໂດລາສ້າງລາຍໄດ້ລວມຈາກການສາຍທົ່ວ ໂລກຢູ່ທີ່ 175,38 ລ້ານໂດລາ, ຂະນະທີ່ Avengers: Endgame ໃນອາທິດນີ້ຕົກມາຢູ່ອັນດັບ 3 ລາຍໄດ້ໃນອາທິດຫຼ້າສຸດຢູ່ທີ່ 16,84 ລ້ານໂດລາລາຍໄດ້ຈາກ ການສາຍ 5 ອາທິດຢູ່ທີ່ 798,17 ລ້ານໂດລາລວມເງິນຈາກກາເຂົ້າ ສາຍທົ່ວໂລກຫຼາຍເຖິງ 2,67 ຕື້ ໂດລາ, ໂດຍຮູບເງົາເລື່ອງ Bright burn ເປີດໂຕອາທິດທຳອິດສ້າງ ລາຍໄດ້ໃນການສາຍໃນອາເມລິກາຈຳນວນປະມານ 7,53  ລ້ານໂດລາ ໂດຍໄດ້ຮັບເກດ C+ ສ່ວນລາຍ ໄດ້ຈາກການສາຍໃນຕ່າງແດນດ້ວຍຍອດເງິນ 78 ລ້ານໂດລາ ລາຍໄດ້ລວມຈາກທົ່ວໂລກປະມານ 15,33 ລ້ານໂດລາ.

ພາບ ແລະຂາ່ວໂດຍ ໜັງສືພິມເສດຖະກິດ-ສັງຄົມ