ສົງຄາມການຄ້າຈີນ ກັບ ອາເມລິກາ ກະທົບ ສ ເກົາຫຼີ

ສ ເກົາຫຼີ ໄດ້ຮັບຜົນກະທົບຢ່າງໜັກຈາກສົງຄາມການຄ້າ ສປ ຈີນ ກັບອາເມລິກາ ເນື່ອງຈາກທັງສອງເປັນຄູ່ຄ້າລາຍໃຫຍ່ຂອງ ສ ເກົາຫຼີ ສົ່ງຜົນເຮັດໃຫ້ຍອດການຄ້າ 4 ເດືອນຕົ້ນປີນີ້ ຫຼຸດລົງ 6,9% ເມື່ອທຽບກັບປີທີ່ຜ່ານມາ.

ຕາມຂ່າວຕ່າງປະເທດລາຍງານວ່າ ສົງຄາມການຄ້າລະຫວ່າງຈີນ ແລະອາເມລິກາ ກຳລັງສົ່ງຜົນກະທົບຢ່າງໜັກຕໍ່ ສ ເກົາຫຼີ ເນື່ອງຈາກທັງ ສອງປະເທດຕ່າງກໍເປັນຄູ່ຄ້າລາຍໃຫຍ່ຂອງ ສ ເກົາຫຼີ ສົ່ງຜົນເຮັດໃຫ້ຕົວ ເລກຜະລິດຕະພັນພາຍໃນ(ຈີດີພີ)ຂອງສ ເກົາຫຼີໃນໄຕມາດທຳອິດຂອງ ປີ 2019 ຫຼຸດລົງ 0,3% ຈາກໄຕມາດເດືອນດຽວກັນຂອງປີ 2018 ຂະ ນະທີ່ການຄ້າໃນໄລຍະ 4 ເດືອນທຳອິດຂອງປີ 2019 ຫຼຸດລົງປະມານ 6,9% ເມື່ອທຽບກັບປີ 2018 ເນື່ອງຈາກຕະຫຼາດໂລກລໍຕົວ.

ນອກຈາກນີ້ ສ ເກົາຫຼີ ຍັງໄດ້ຮັບຜົນກະທົບຈາກການທີ່ອາເມລິກາ ກົດດັນໃຫ້ປະເທດພັນທະມິດຍຸຕິການໃຊ້ຜະລິດຕະພັນຈາກບໍລິສັດຫົວ ເຫວີຍຂອງຈີນ ແລະຄາດວ່າຜົນກະທົບຈາກສົງຄາມການຄ້າຄັ້ງນີ້ຈະສົ່ງຜົນໃຫ້ທະນາຄານກາງຂອງ ສ ເກົາຫຼີ ຕ້ອງຕັດສິນໃຈປັບຫຼຸດການຄາດຄະ ເນເສດຖະກິດຂອງປີໜ້າລົງ.

ພາບ ແລະຂາ່ວໂດຍ:ໜັງສືພິມເສດຖະກິດ-ສັງຄົມ