ຈີນ-ອາຊຽນ ເຊັນສັນຍາຮ່ວມມືດາ້ນແນວພັນ

ຫວ່າງມໍ່ໆມານີ້, ພິທີເຊັນ ສັນຍາການຮ່ວມມືໃນຂະແໜງ ການແນວພັນພືດຜັກ ສປ ຈີນ (ກວາງຊີ)-ອາຊຽນປີ 2019 ໄດ້ຈັດຂຶ້ນຢູ່ນະຄອນນານນິງເຂດ ກວາງຊີຂອງຈີນ.

ຕາມຂ່າວຕ່າງປະເທດລາຍງານວ່າໃນພິທີດັ່ງກ່າວ, ມີຄູ່ສັນຍາຂອງວິສາຫະກິດ 4 ຄູ່ເຊັ່ນ: ບໍລິສັດແນວພັນວ້ານຊວງເຂດກວາງຊີຈຳກັດ ແລະບໍລິສັດຜະລິດຕະພັນກະສິກຳ ສສ ຫວຽດນາມ ແລະ ອື່ນໆໄດ້ເຊັນສັນຍາກັນ,ທ່ານ ຫຼີຢູຜິງນັກວິຊາການໃຫຍ່ດ້ານການກະເສດໃຫຍ່ຂອງພະແນກກະສິກຳ ແລະຊົນນະບົດຂອງເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີໄດ້ເຂົ້າຮ່ວມເປັນສັກຂີພິຍານໃນພິທີດັ່ງ ກ່າວ.ທ່ານ ຫວງນາຍຊົງຮອງຫົວໜ້າພະແນກຄຸ້ມຄອງແນວພັນຂອງເຂດກວາງຊີເປັນປະທານຈັດພິທີ ດັ່ງກ່າວ, ໂດຍມີວິສາຫະກິດແນວພັນ, ພາກສ່ວນຄົ້ນຄວ້າວິທະຍາສາດທີ່ກ່ຽວຂ້ອງຂອງເຂດກວາງ ຊີ, ເຈົ້າໜ້າທີ່ລັດຖະບານ ແລະຜູ້ຕາງໜ້າວິສາຫະກິດຂອງປະເທດອາຊຽນເຊັ່ນ: ຫວຽດນາມ, ມຽນ ມາ, ກຳປູເຈຍ ແລະປະເທດອື່ນໆໄດ້ເຂົ້າຮ່ວມໃນພິທີເຊັ່ນດຽວກັນ.

ທ່ານ ຖັນຈ້ຽນລິນ ປະທານສະມາຄົມແນວພັນກວາງຊີກ່າວໃນພິທີເຊັນສັນຍາວ່າ,ການໄປມາຫາສູ່ກັນລະຫວ່າງເຂດກວາງຊີ ແລະອາຊຽນມີປະຫວັດສາດຍາວນານ,ແລະມີລັກສະນະຊ່ວຍຊູຍູ້ໜູນກັນຫຼາຍ,ວິສາຫະກິດຂອງເຂດກວາງຊີມີທ່າແຮງພິເສດດ້ານທີ່ຕັ້ງພູມສາດໃນການລົງທຶນຢູ່ອາຊຽນ,ຫວັງວ່າວິສາຫະກິດຕ່າງໆຈະເພີ່ມທະວີການແລກປ່ຽນ ແລະຮ່ວມມືກັບບັນດາປະເທດອາຊຽນ, ເພື່ອບັນລຸເປົ້າໝາຍຕ່າງຝ່າຍຕ່າງມີຜົນປະໂຫຍດ

ພາບ ແລະຂາ່ວໂດຍ:ໜັງສືພິມເສດຖະກິດ-ສັງຄົມ