ເອດີບີຍິນດີເຂົ້າຮວ່ມໜື່ງແລວໜື່ງເສັ້ນທາງ

ທ່ານ ຕາເກຮີໂກະ ນາກາ ໂອະ ຜູ້ອຳນວຍການໃຫຍ່ທະນາຄານພັດທະນາອາຊີ ຫຼື ADB ກ່າວໃນວັນທີ 28 ພຶດສະພານີ້ວ່າ:ຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ມີຈຸດປະສົງເພື່ອຊຸກຍູ້ການເຊື່ອມຈອດ, ແມ່ນຂໍ້ລິເລີ່ມທີ່ສົມເຫດສົມຜົນ.ຖ້າມີໂຄງການທີ່ເໝາະສົມແລ້ວ, ທະນາຄານພັດທະນາອາ ຊີກໍຍິນດີເຂົ້າຮ່ວມ.

ຕາມຂ່າວຕ່າງປະເທດລາຍງານວ່າ ທ່ານ ຕາເກຮີໂກະ ນາ ກາໂອະ ໄດ້ເຂົ້າຮ່ວມພິທີຖະແຫຼງຂ່າວທີ່ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງປະເທດຈີນໃນໂອກາດຢ້ຽມ ຢາມຈີນເປັນເວລາ 3 ວັນ ແລະ ກ່າວວ່າ:ບາງຂໍ້ລິເລີ່ມຂອງ ADB ສອດຄ່ອງກັບຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ໃນລະດັບໃດໜຶ່ງ,ຖ້າມີໂຄງການທີ່ເໝາະສົມ,ຝ່າຍຕ່າງໆກໍສາມາດຮ່ວມມືກັນໄດ້, ລະ ຫວ່າງໂຄງການຕ່າງໆກໍສາມາດເພີ່ມທະວີການປະສານງານກັນໄດ້ ເຊັ່ນກັນ.ໃນໄລຍະຢ້ຽມຢາມຈີນ,ທ່ານ ຕາເກຮີໂກະ ໄດ້ພົບປະກັບເຈົ້າໜ້າທີ່ພາກສ່ວນຕ່າງໆຂອງຈີນເຊັ່ນ: ຄະນະກຳມະການການພັດທະນາ ແລະປະຕິຮູບແຫ່ງ ຊາດ, ກະຊວງການເງິນ, ກະຊວງ ນິເວດວິທະຍາແລະສິ່ງແວດລ້ອມເປັນຕົ້ນ ເພື່ອປຶກສາຫາລືໃນການຊຸກຍູ້ສາຍພົວພັນລະຫວ່າງ ADB ກັບຄູ່ຮ່ວມມືຈີນຕື່ມອີກ ແລະໄດ້ລົງ ນາມໃນບົດບັນທຶກຄວາມເຂົ້າໃຈ ກັນທີ່ກ່ຽວຂ້ອງ.ທ່ານ ຕາເກຮີໂກະ ຢືນຢັນວ່າ: ນັບແຕ່ຈີນເຂົ້າຮ່ວມເປັນສະມາຊິກ ADB ເມື່ອປີ 1986 ເປັນຕົ້ນມາ, ສອງຝ່າຍໄດ້ຮ່ວມມືກັນຢ່າງສ້າງ ສັນ, ADB ຈະສືບຕໍ່ເພີ່ມທະວີ

ພາບ ແລະຂາ່ວໂດຍ:ໜັງສືພິມເສດຖະກິດ-ສັງຄົມ