ໂຮງຮຽນນີຣະດາຈອມເພັດ ສະຫຼອງວັນເດັກນ້ອຍສາກົນ

ວັນທີ 31ພຶດສະພາຜ່ານມາໂຮງຮຽນນີຣະດາຈອມເພັດໄດ້ຈັດກິດຈະກຳສະເຫຼີມສະຫຼອງວັນເດັກນ້ອຍສາກົນຢ່າງເປັນຂະບວນມ່ວນຊື່ນ ໂດຍເຂົ້າຮ່ວມມີທ່ານ ບຸນຄໍ້າວິຈິດລາສີຮອງເຈົ້າເມືອງສີສັດຕະນາກ,ທ່ານຄຳສິງ ດວງດາລາຫົວໜ້າຫ້ອງການສຶກສາທິການ ແລະກີລາເມືອງສີສັດຕະນາກ, ທ່ານ ນາງ ນີລາວັນວີຣະຖາວອນ ຜູ້ອຳ ນວຍການໂຮງຮຽນນີຣະດາຈອມເພັດພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ແລະຜູ້ປົກຄອງຂອງນ້ອງນັກ ຮຽນເຂົ້າຮ່ວມ.ທ່ານ ນາງ ນີລາວັນ ວີຣະຖາວອນກ່າວວ່າ:ວັນເດັກນ້ອຍສາກົນເປັນວັນບຸນທີ່ສຳຄັນໃປະຫວັດສາດສຳລັບເດັກນ້ອຍໃນທົ່ວໂລກ,ເຍົາວະຊົນ,ອະນຸຊົນແມ່ນຊັບພະຍາກອນມະນຸດ, ແມ່ນມໍລະດົກອັນປະເສີດລໍ້າຄ່າທີ່ບໍ່ສາມາດປະເມີນລາຄາໄດ້,ເດັກນ້ອຍໃນວັນນີ້ຄືຜູ້ໃຫຍ່ໃນວັນໜ້າ, ແມ່ນອະນາຄົດແລະຄວາມຜາສຸກຂອງຄອບຄົວ, ເຂົາເຈົ້າເຫຼົ່ານັ້ນຈະເປັນຜູ້ສືບທອດພາລະກິດຂອງຊາດເພື່ອຄວາມຍືນຍົງ ແລະຈະເລີນຮຸ່ງເຮືອງຂອງປະ ເທດຊາດ.

ທ່ານ ນາງ ນີລາວັນ ວີຣະຖາວອນກ່າວຕື່ມວ່າ:ສຳລັບໂຮງຮຽນນີຣະດາຈອມເພັດໃນວັນທີ1ມິຖຸນາຂອງທຸກໆປີແມ່ນໄດ້ມີການສະເຫຼີມສະຫຼອງເປີດໂອກາດໃຫ້ເດັກນ້ອຍໄດ້ເຂົ້າຮ່ວມກິດຈະກຳຕ່າງໆເພື່ອຮຽນຮູ້ວິຖີຊີວິດ,ຮຽນຮູ້ກ່ຽວກັບສັງຄົມແລະຄຸນຄ່າຂອງຄວາມເປັນຄົນ, ເປີດໂອກາດໃຫ້ເດັກມີສິດໃນການສະແດງອອກທາງດ້ານແນວຄິດ,ພອນສະຫວັນແລະພຶດຕິກຳເຮັດໃຫ້ເດັກໄດ້ພົບປະໝູ່ຄູ່ແລ້ວມ່ວນຊື່ນ ແລກປ່ຽນກິດຈະກຳນຳກັນ, ເນື່ອງໃນໂອກາດວັນເດັກນ້ອຍສາກົນແລະວັນປູກຕົ້ນໄມ້ແຫ່ງຊາດ1ມິຖຸນາ ໃນນາມຄະນະອຳນວຍການພ້ອມດ້ວຍຄູ-ອາຈານທັງໝົດຂໍສະແດງຄວາມ ຮັກແພງ ແລະອວຍພອນແດ່ພວກຫຼານນ້ອຍທຸກໆຄົນຈົ່ງມີສຸຂະພາບ ແຂງແຮງ, ເປັນລູກທີ່ດີຂອງພໍ່ແມ່ເປັນຜູ້ທີ່ຫ້າວຫັນໃນການຊອກຮູ້ຮໍ່າຮຽນເພື່ອໃຫ້ກາຍເປັນນັກຮຽນເກັ່ງຮ່າງໄກຈາກສິ່ງເສບຕິດເປັນພົນລະເມືອງດີຂອງສັງຄົມເພື່ອໃຫຍ່ຂຶ້ນຈະໄດ້ເປັນຜູ້ປະກອບສ່ວນສ້າງສາພັດທະນາປະເທດຊາດເຮົາໃຫ້ ຈະເລີນກ້າວໜ້າ.

ພາບ ແລະຂາ່ວໂດຍ:ໜັງສືພິມເສດຖະກິດ-ສັງຄົມ