ປະຖົມລ້ອງກໍເດື່ອ ສະຫຼອງວັນເດັກນ້ອຍແລະສະຫຼຸບປິດສົກຮຽນ

ວັນທີ 31 ພຶດສະພາຜ່ານມາໂຮງຮຽນປະຖົມລ້ອງກໍເດື່ອໄດ້ ຈັດກິດຈະກຳສະຫຼອງວັນເດັກນ້ອຍສາກົນ ແລະສະຫຼຸບປິດສົກຮຽນທີ່ເດີ່ນ ໂຮງຮຽນດັ່ງກ່າວເຂົ້າຮ່ວມມີທ່ານ ສົມຈັນ ເທບພາລີປະທານແນວລາວສ້າງຊາດເມືອງໄຊ,ທ່ານ ນາງ ຄຳແຫວນ ວົງທອງ ຮອງຫົວໜ້າຂະແໜງສາມັນພະແນກສຶກສາທິການແລະກີລາແຂວງອຸດົມໄຊ, ທ່ານ ນາງ ເກສອນ ສຸກສະຫວັດຜູ້ອໍານວຍການໂຮງຮຽນປະຖົມລ້ອງກໍເດື່ອ,ມີຜູ້ຕາງໜ້າຈາກ ຫ້ອງການຊາວໜຸ່ມແຂວງ,ສະຫະພັນແມ່ຍິງແຂວງ, ສະມາຄົມພໍ່ແມ່ ນັກຮຽນ, ຄູ-ອາຈານ,ພໍ່ແມ່ຜູ້ປົກ ຄອງນັກຮຽນ ແລະນ້ອງນັກຮຽນ ເຂົ້າຮ່ວມ.

ການຈັດງານໃນຄັ້ງນີ້ກໍເພືື່ອແນໃສ່ສຶກສາອົບຮົມເດັກນັກຮຽນໃຫ້ເປັນຄົນຮູ້ຜູ້ດີທັງເປີດໂອກາດໃຫ້ເດັກໄດ້ພົບປະແລກປ່ຽນກິດຈະກໍາຮ່ວມກັນໝົດທຸກຄົນດ້ວຍຄວາມ ເບີກບານມ່ວນຊື່ນທັງໃຫ້ຜູ້ປົກຄອງຮັບຮູ້ ແລະເຂົ້າໃຈເຖິງສິດທິພື້ນຖານຂອງເດັກນ້ອຍ,ເດັກຫຼາຍຄົນ ໄດ້ມີສ່ວນຮ່ວມໃນການສະເຫຼີມສະຫຼອງວັນເດັກນ້ອຍຂອງຕົນດ້ວຍບັນຍາກາດມ່ວນຊື່ນ.ທັງນີ້ເພື່່ອນໍາພາເດັກນ້ອຍມ່ວນຊື່ນດ້ວຍການຈັດກິດຈະກໍາຟ້ອນ,ຮ້ອງເພງນອກຈາກນີ້ຍັງໄດ້ມອບໃບຊົມເຊີຍຜົນງານນັກຮຽນ, ມອບ ຂອງຂວັນລາງວັນປະເພດຕ່າງໆ ແລະມອບໃບຍ້ອງຍໍໃຫ້ພໍ່ແມ່ຜູ້ປົກຄອງທີ່ໄດ້ປະກອບຊ່ວຍຊຸກຍູ້ໂຮງຮຽນຕື່ມອີກ.

ພາບ ແລະຂາ່ວໂດຍ:ໜັງສືພິມເສດຖະກິດ-ສັງຄົມ