ສຶກສາເມືອງຫາດຊາຍຟອງ ສະຫຼອງວັນເດັກນ້ອຍສາກົນ

ຫ້ອງການສຶກສາທິການ ແລະກີລາເມືອງຫາຍຊາຍຟອງ ຮ່ວມກັບສວນວັດທະນະທຳຊຽງຄວນຈັດງານສະເຫຼີມສະຫຼອງວັນເດັກນ້ອຍສາກົນ ແລະວັນປູກຕົ້ນໄມ້ແຫ່ງຊາດວັນທີ1ມິຖຸນາ ງານດັ່ງກ່າວໄດ້ຈັດຂຶ້ນວັນທີ 31 ພຶດສະພາ2019 ທີ່ສະໂມສອນສວນວັດທະນະທຳຊຽງຄວນ ໂດຍການເຂົ້າຮ່ວມຂອງທ່ານວົງເດືອນບຸນຍະແສງເຈົ້າເມືອງຫາຍຊາຍຟອງ,ທ່ານ ເພັດສະໝອນໄຊສົມບັດຫົວໜ້າຂະແໜງສຶກສານອກໂຮງຮຽນທາງພະແນກສຶກສາທິການ ແລະ ກີລານະຄອນຫຼວງວຽງຈັນ ແລະ ທ່ານ ນາງ ສ້ອຍສຸດາອິນເມືອງ ໄຊປະທານສວນວັດທະນະທຳ ຊຽງຄວນ ບັນດາຫົວໜ້າຫ້ອງການ ອ້ອມຂ້າງເມືອງ  ແລະນ້ອງນັກຮຽນ ເຂົ້າຮ່ວມ.

ທ່ານ ສິມມະລີ ບູລົມ ຫົວໜ້າຫ້ອງການສຶກສາທິການ ແລະກີລາເມືອງຫາຍຊາຍຟອງໄດ້ກ່າວວ່າ:ເພື່ອປະຕິບັດຕາມຫຼັກການສິດທິຂອງເດັກໃນ4 ສິດທາງຫ້ອງການສຶກສາທິການ ແລະກີລາຂອງເມືອງ ເຮົາຈິ່ງໄດ້ຈັດກິດຈະກຳສ້າງຂະບວນການຂໍ່ານັບຮັບຕ້ອນວັນສຳຄັນຕ່າງໆຂອງຊາດ ແລະສ້າງຂະບວນການໃຫ້ເດັກມີການເຄື່ອນໄຫວກິດຈະກຳກ້າສະແດງອອກໃນທຸກດ້ານ,ເປັນການປູກຈິດສຳນຶກຄວາມຮູ້ຄວາມໝາຍຄວາມສຳຄັນເຂົ້າໃຈກັບຄຳວ່າ 3 ລັກສະນະຄື: ລັກສະນະຊາດ,ລັກສະນະວິທະຍາສາດ,ລັກສະນະມະຫາຊົນ ແລະ5ຫຼັກມູນການສຶກສາຄື: ປັນຍາສຶກສາ, ຄຸນສົມບັດສຶກສາ, ສີລະປະສຶກສາ,ແຮງງານສຶກສາແລະພາລະສຶກສາໃນນີ້ທັງໝົດມີ 9 ໂຮງຮຽນມາຮ່ວມຈັດກິດຈະກຳແລກປ່ຽນ ຄວາມຮູ້, ສ້າງກີລາສີລະປະດົນຕີຕ່າງໆເຊັ່ນ:ກິດຈະກຳຮ້ອງເພງຍິງຊາຍ,ບົດຟ້ອນ,ເດີນແບບ ແລະ ຕອບຄຳຖາມຢ່າງຄຶກຄື້ນ.

ທ່ານ ນາງ ສ້ອຍສຸດາ ອິນ ເມືອງໄຊໄດ້ກ່າວຕື່ມອີກວ່າ: ໃນໂອ ກາດສະເຫຼີມສະຫຼອງວັນເດັກນ້ອຍສາກົນ ແລະວັນປູກຕົ້ນແຫ່ງຊາດໃນຄັ້ງນີ້ສວນວັດທະນະທຳຊຽງຄວນຂອງເຮົາກໍ່ເປັນອີກໜຶ່ງທີ່ປະກອບສ່ວນບໍ່ວ່າຈະເປັນສະຖານທີ່ແລະທຶນສະໜັບສະໜູນຕ່າງໆຈຸດປະສົງເພື່ອໃຫ້ເດັກມີຄວາມກ້າສະ ແດງພອນສະຫວັນທີ່ມີຢູ່ໃນຕົວຂອງເຂົາໄດ້ປະຕິບັດຫຼີ້ນກິດຈະກຳຢ່າງມ່ວນຊື່ນຄວາມຮັກແພງລະຫວ່າງເດັກໃຫ້ມີຂະບວນລະດັບຄາດໝາຍ.

ພາບ ແລະຂາ່ວໂດຍ:ໜັງສືພິມເສດຖະກິດ-ສັງຄົມ