ກູເກິລພິຈາລະນາຄວາມໄວໂຫຼດໜ້າເວັບ ເປັນເກນຈັດອັນດັບຜົນການຄົ້ນຫາ

Google ໄດ້ອອກມາປະ ກາດວ່າ Google Search ກຽມເລີ່ມພິຈາລະນາເກນການຈັດອັນດັບເວັບໄຊບົນໜ້າຈໍຄົ້ນຫາໃນມືຖືຕັ້ງແຕ່ເດືອນກໍລະກົດ 2018 ນີ້ ໂດຍການປັບປ່ຽນຄັ້ງນີ້ Google ຕ້ອງການໃຫ້ເຈົ້າຂອງເວັບໄຊຫັນ ມາໃສ່ໃຈກັບຄວາມໄວໃນການໃຊ້ ງານເວັບໄຊເພື່ອປະສົບການທີ່ດີສຳລັບຜູ້ໃຊ້ຫຼາຍຂຶ້ນຊຶ່ງຈະເອີ້ນວ່າ Speed Update.

ສຳລັບ Speed Update ນີ້ ທາງ Google ຈະໃຊ້ຫຼັກເກນການ ຄຳນວນກັບທຸກເວັບໄຊເໝືອນກັນໝົດບໍ່ກ່ຽວວ່າເວັບນັ້ນໆຈະໃຊ້ເຕັກ    ໂນໂລຊີໃດແດ່ຢ່າງໃດກໍຕາມເກນດັ່ງກ່າວນີ້ຈະສົ່ງຜົນກະທົບກັບເວັບທີ່ເຮັດວຽກຊ້າເກີນໄປເທົ່ານັ້ນຊຶ່ງປະຈຸບັນຍັງມີພຽງສ່ວນນ້ອຍ ໂດຍ Google ຍັງໃຫ້ຄວາມສຳ ຄັນກັບຄຸນນະພາບຂອງເນື້ອໃນຫຼາຍກວ່າ ແລະເຖິງແມ່ນວ່າເວັບ ນັ້ນຈະໂຫຼດຊ້າແຕ່ກໍຍັງຕິດຢູ່ໃນອັນດັບສູງໄດ້ຫາກເນື້ອໃນມີຄຸນນະ ພາບ. ນອກຈາກນີ້ Google ຍັງໄດ້ ແນະນຳບັນດານັກພັດທະນາສາມາດເຮັດການທົດສອບປະສິດທິ ພາບຄວາມໄວຂອງເວັບໄຊໄດ້ຜ່ານ ທາງ Chrome User Ex perience Report, Lighthouse ແລະPageSpeedInsigts.

ພາບ ແລະຂາ່ວໂດຍ:ໜັງສືພິມເສດຖະກິດ-ສັງຄົມ