3 ອາການຜູ້ຍິງ ຢ່ານິ່ງນອນໃຈ

ເລືອດອອກຜິດປົກກະຕິ: ເລືອດອອກມາໆຫາຍໆນອກປະຈໍາເດືອນມີອາການປວດໜ່ວງໆບໍລິເວນທ້ອງນ້ອຍ ຫຼື ອາການປວດຫຼັງເຮື້ອຮັງອາດຈະເປັນສັນຍານຂອງມະເຮັງປາກມົດລູກແຕ່ຖ້າອາການອອກໜ້ອຍໆທຸກມື້ ຫຼື ວັນເວັ້ນວັນຮອບປະຈໍາເດືອນມາໄວກວ່າປົກກະຕິ ຫຼື ມີເລືອດອອກມານອກຮອບປະຈຳເດືອນ ຫຼື ອອກມາໝົດ ຫຼັງປະຈຳເດືອນໄປແລ້ວຫຼາຍປີຄວນໄປພົບແພດເພາະເປັນສັນຍານຂອງມະເຮັງປາກໝົດລູກ.

ກ້ອນໃນນົມ:ກ້ອນໃນນົມເກີດໄດ້ຈາກຫຼາຍສາເຫດມີແຕ່ປະມານ10% ເທົ່ານັ້ນທີ່ອາດຈະເປັນເນື້ອຮ້າຍທີ່ເອີ້ນວ່າ “ມະເຮັງເຕົ້ານົມ”  ສ່ວນໃຫຍ່ກ້ອນເຫຼົ່ານີ້ເກີດຈາກ ການເກາະໂຕກັນຂອງໄຂມັນ ຫຼືເນື້ອເຍື່ອຊຶ່ງອາດຈະເປັນເນື້ອງອກຫຼື ຊີສທີ່ບໍ່ເປັນອັນຕະລາຍໂດຍມີ       ຂະໜາດບໍ່ເກີນ 2 ເຊັນ ແລະອາດ ມີຫຼາຍກ້ອນເຊັ່ນ 3-5 ກ້ອນພົບໄດ້ໃນຜູ້ຍິງໄວຈະເລີນພັນຊ່ວງອາຍຸ 20-40  ປິີ  ຢ່າງໃດກໍ່ດີການໄປກວດ ຄັດກອງມະເຮັງເຕົ້ານົມເປັນປະຈຳຈະເປັນການດີ.

 ທ້ອງອືດ: ເປັນສັນຍານໜຶ່ງທີ່ບົ່ງຊີ້ເຖິງໂລກມະເຮັງຮັງໄຂ່ຢ່າງໃດກໍ່ດີສັນຍານໂລກນີ້ມີຫຼາກຫຼາຍ ແລະຄ່ອນຂ້າງຄຸມເຄືອອາການຂອງທ້ອງອືດຍັງເປັນອາການທີ່ຜູ້ຍິງຫຼາຍຄົນຕ້ອງປະເຊີນໃນຊ່ວງການມີຮອບເດືອນແລ້ວຈະຮູ້ໄດ້ ແບບໃດທ້ອງອືດແບບໃດບໍ່ປົກກະຕິ? ລອງສັງເກດເບິ່ງວ່າຖ້າອາ ການທ້ອງອືດເລື້ອຍໆນອກຊ່ວງ ຂອງການມີປະຈຳເດືອນ ແລະມີ ອາການອື່ນຮ່ວມດ້ວຍເຊັ່ນເບື່ອອາຫານປວດທ້ອງນໍ້າໜັກຫຼຸດຍ່ຽວ ເລື້ອຍໆຄວນໄປພົບແພດ.

ພາບ ແລະຂາ່ວໂດຍ:ໜັງສືພິມເສດຖະກິດ-ສັງຄົມ