3 ສະໝຸນໄພ ຊ່ວຍການຂັບຖ່າຍສະດວກ

ການຖ່າຍບໍ່ອອກ (ອາຈົມຕົກຄ້າງ) ເກີດຂຶ້ນຈາກຫຼາຍສາເຫດເຊັ່ນ:ຫຍໍ້າອາຫານບໍ່ແຫຼກລະອຽດ,ກິນອາຫານທີ່ມີກາກໄຍອາຫານນ້ອຍ,ມີພະຍາດຫຼືເຊື້ອຣາເຮັດໃຫ້ລະບົບຍ່ອຍອາຫານຜິດປົກກະຕິຫຼືລະບົບດູດຊືມເສຍເພາະນໍ້າມັນເຄືອບເຮັດໃຫ້ນໍ້າທີ່ດື່ມເຂົ້າໄປບໍ່ໝູນວຽນ.

  1. ກະຫຼໍ່າ: ກະຫຼໍ່າເປັນຜັກທີ່ມີໄຟເບີຣ໌ທີ່ສູງຈົນເຮັດໃຫ້ການຂັບຖ່າຍຂອງທ່ານງ່າຍຂຶ້ນແຕ່ທ່ານຄວນຮັບປະທານກະຫຼໍ່າໃນປະລິມານທີ່ພໍດີບໍ່ສະນັ້ນອາດຈະເຮັດໃຫ້ທ່ານເຈັບທ້ອງແຖມຍັງສ່ຽງຕໍ່ການເປັນພະຍາດຄໍພອກແລະພະຍາດໄທລອຍດ໌ອີກດ້ວຍ.
  2. ໝາກຮຸ່ງ: ໝາກຮຸ່ງເປັນໝາກໄມ້ທີ່ມີສ່ວນ ຊ່ວຍໃນການຂັບຖ່າຍນອກຈາກນີ້ແລ້ວສານອາຫານທີ່ໄດ້ຈາກໝາກຮຸ່ງນັ້ນຍັງມີວິຕາມິນ, ໄຂມັນ ແລະຍັງມີໂຄຣເລດລສເຕີຣອນນ້ອຍແຕ່ຖ້າທ່ານຮັບປະທານໝາກຮຸ່ງໃນປະລິມານທີ່ຫຼາຍຈົນເກີນໄປອາດເຮັດໃຫ້ສ່ຽງຕໍ່ພະຍາດກະດູກໄດ້ອີກດ້ວຍ.
  3. ໝາກກ້ຽງ: ໝາກກ້ຽງຊ່ວຍສ້າງພູມຄຸ້ມກັນ ໃຫ້ຮ່າງກາຍຊ່ວຍໃນເລື່ອງຂອງການຂັບຖ່າຍສຳລັບຜູ້ທີ່ຖອກທ້ອງ.
  4. ການຖ່າຍບໍ່ອອກ (ອາຈົມຕົກຄ້າງ) ເກີດຂຶ້ນຈາກຫຼາຍສາເຫດເຊັ່ນ:ຫຍໍ້າອາຫານບໍ່ແຫຼກລະອຽດ,ກິນອາຫານທີ່ມີກາກໄຍອາຫານນ້ອຍ,ມີພະຍາດຫຼືເຊື້ອຣາເຮັດໃຫ້ລະບົບຍ່ອຍອາຫານຜິດປົກກະຕິຫຼືລະບົບດູດຊືມເສຍເພາະນໍ້າມັນເຄືອບເຮັດໃຫ້ນໍ້າທີ່ດື່ມເຂົ້າໄປບໍ່ໝູນວຽນ.

 ພາບ ແລະຂາ່ວໂດຍ:ໜັງສືພິມເສດຖະກິດ-ສັງຄົມ