ອິນໂດເນເຊຍລຽ້ງໝູຫວັງສົ່ງອອກໄປຈີນ

ກະຊວງກະສິກຳອິນໂດເນເຊຍມີແນວຄິດລ້ຽງໝູໃນແຂວງນູຊາເຕັງກາຣາຕາເວັນອອກທີ່ມີປະຊາກອນສ່ວນໃຫຍ່ເປັນຄຣິສຫວັງສົ່ງອອກໄປສປຈີນທີ່ກໍາລັງມີບັນຫາພະຍາດອະຫິວາອາຟຣິກາໝູລະ ບາດ.

ຕາມຂ່າວຕ່າງປະເທດລາຍງານວ່າກະຊວງກະສິກຳອິນໂດເນເຊຍເປີດເຜີຍວ່າໃນໄລຍະ 4 ປີມານີ້ຊາວບ້ານລ້ຽງໝູຫຼາຍຂຶ້ນ10% ລວມເປັນ 8,7ລ້ານໂຕທົ່ວປະເທດເຫຼືອພຽງພໍຕໍ່ການສົ່ງອອກຂະນະນີ້ ພະຍາດອະຫິວາອາຟຣິກາໝູກຳລັງລະບາດໃນປະເທດທີ່ຮັບປະທານຊີ້ນໝູເປັນສ່ວນໃຫຍ່ຄື: ຈີນ ແລະ ສສ ຫວຽດນາມຈຶ່ງເປັນໂອກາດດີທີ່ອິນໂດເນເຊຍຈະຂະຫຍາຍຕະຫຼາດສົ່ງອອກໝູທີ່ມີຊີວິດແລະຊີ້ນໝູໄປຍັງປະເທດເຫຼົ່ານີ້ລວມທັງປະເທດອື່ນໆ ເຊັ່ນກຳປູເຈຍແລະມຽນມາ,ຜູ້ອຳນວຍການຝ່າຍການຕະຫຼາດແລະແປຮູບຜະລິດຕະພັນໝູເປີດເຜີວ່າປະຈຸບັນອິນໂດເນເຊຍສົ່ງອອກໝູທີ່ມີຊີວິດຈາກເກາະບູລັນໃກ້ສິງກະໂປພຽງແຫ່ງດຽວເທົ່ານັ້ນໂດຍປີທີ່ຜ່ານມາອິນໂດເນເຊຍສົ່ງອອກໝູ 28 ພັນ ໂຕ (560 ພັນໂຕນ).

ນອກຈາກອິນໂດເນເຊຍທີ່ມອງເຫັນໂອກາດແລ້ວການາດາກໍເປັນປະເທດໜຶ່ງທີ່ໄດ້ປະໂຫຍດຈາກພະຍາດອະຫິວາໝູລະບາດໃນຈີນເພາະສົ່ງອອກຊີ້ນໄປຈີນເພີ່ມຂຶ້ນເຖິງ 80% ໃນເດືອນມີນາທີ່ຜ່ານມາ ໂດຍນໍາເຂົ້າຊີ້ນໝູຈາກອາເມລິກາແລ້ວສົ່ງໄປຍັງຈີນເນື່ອງຈາກຊີ້ນໝູອາເມລິກາຖືກຈີນເກັບພາສີໃນອັດຕາສູງ.

ພາບ ແລະຂາ່ວໂດຍ:ໜັງສືພິມເສດຖະກິດ-ສັງຄົມ