ເກີດເຫດລົດຕໍາກັນຢູ່ເມັກຊິກ ເສຍຊີວິດ 21 ຄົນ

ທ້າຍອາທິດທີ່ຜ່ານມາເກີດເຫດລົດບັນທຸກຕໍາກັນຢ່າງແຮງຈົນເກີດໄຟລຸກໄໝ້ຢູ່ເມັກຊິກເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 21 ຄົນ ແລະໄດ້ຮັບບາດເຈັບ 30 ຄົນ.

ຕາມຂ່າວຕ່າງປະເທດລາຍງານໃນທ້າຍອາທິດທີ່ຜ່ານມາວ່າ ເຈົ້າໜ້າທີ່ເມັກຊິກລາຍງານວ່າ:ເກີດອຸບັດເຫດລົດບັນທຸກຕຳກັບລົດໂດຍ ສານເທິງເສັ້ນທາງດ່ວນ Acatzingo-Ciudad Men doza ເຮັດໃຫ້ ລົດໂດຍສານ ເກີດໄຟລຸກໄໝ້ຢ່າງວອງໄວສົ່ງຜົນໃຫ້ມີຜູ້ເສຍຊີວິດ 21 ຄົນ ແລະ ບາດເຈັບ30 ຄົນ.ເຫດເກີດຂຶ້ນໃນລັດ ເວີຣາຄຣຸສ (Veracruz) ທາງພາກກາງຂອງປະເທດນີ້.ຂະນະນີ້ເຈົ້າໜ້າທີ່ກ່ຽວຂ້ອງພວມເລັ່ງສືບສວນສອບສວນ ຫາສາເຫດຕົ້ນຕໍທີ່ເກີດຂຶ້ນໃນຄັ້ງນີ້.

ເຈົ້າໜ້າທີ່ຝ່າຍປ້ອງກັນໄພພົນລະເຮືອນລາຍງານວ່າຜູ້ເສຍຊີວິດສ່ວນໃຫຍ່ເປັນຊາວຄຣິສຈາກລັດເຊຍປັດທາງພາກໃຕ້ຂອງເມັກຊິກສ່ວນໂບດຄາທໍລິກໃນລັດເຊຍປັດອອກຖະແຫຼງການສະແດງຄວາມເສຍໃຈກັບຜູ້ເຄາະຮ້າຍ ແລະຄອບຄົວ.

ພາບ ແລະຂາ່ວໂດຍ:ໜັງສືພິມເສດຖະກິດ-ສັງຄົມ